| ປະຫວັດຄວາມເປັນມາ
ຍິນດີຕ້ອນຮັບ ສູ່ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ
ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແມ່ນສະຖາບັນການສຶກສາແຫ່ງໜຶ່ງ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 2 ເດືອນທັນວາ ປີ 2002 ເຊິ່ງມີເປົ້າໝາຍເພື່ອຕອບສະໜອງໃຫ້ແກ່ການພັດທະນາຊັບພະຍາກອນມະນຸດໃນ ສ ປ ປ ລາວ ເຊິ່ງເປັນປັດໃຈສໍາຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ. ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ດຳເນີນກິດຈະການໂດຍອີງໃສ່ແນວຄວາມຄິດທີ່ ບໍ່ຫວັງຜົນກຳໄລສູງສຸດ (ສະໜອງການສຶກສາທີ່ມີຄຸນນະພາບສູງ ໃຫ້ແກ່ມະຫາຊົນໃນ ຕົ້ນທຶນທີ່ສົມເຫດສົມຜົນ). ວິທະຍາໄລ ສຸດສະກະ ມີທີ່ຕັ້ງຢູ່ຈຸດໃຈກ່າງຂອງນະຄອນຫຼວງ ວຽງຈັນ ເຊິ່ງເຮັດໃຫ້ການໄປມາຂອງນັກສຶກສາມີຄວາມສະດວກສະບາຍ.
ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ໄດ້ຮັບການອະນຸຍາດຈາກກະຊວງສຶກສາທິການໃຫ້ດໍາເນີນການສິນສອນນັກສຶກສາໃນຫຼັກສູດຊັ້ນ ປະລິນຍາຕີ ແລະ ຊັ້ນສູງ ໃນສາຂາ ການບໍລິຫານທຸລະກິດ, ການບັນຊີ, ນິເທດສາດ ແລະ ວິທະຍາສາດຄອມພິວເຕີ້. ນອກນັ້ນ, ທະນາຄານແຫ່ງ ສ ປ ປ ລາວ ຍັງໄດ້ອະນຸຍາດໃຫ້ສະຖາບັນພວກເຮົາ ເປັນສູນຝຶກອົບຮົມການເງິນຈຸລະພາກ.
ພາສາລາວແມ່ນພາສາທີ່ໃຊ້ໃນການສິດສອນ ແລະ ການບໍລິຫານຂອງສະຖາບັນພວກເຮົາ. ເຖິງຢ່າງໃດກໍຕາມ, ນັກສຶກສາທີ່ບໍ່ຮູ້ພາສາລາວ ຫຼື ມີຄວາມຊຳ ນານດ້ານພາສາອັງກິດ ສາມາດເຂົ້າຮຽນໃນຫຼັກສູດທີ່ສອນໂດຍໃຊ້ພາສາອັງກິດ.
ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແມ່ນບອນທໍາອິດ ທີ່ໄດ້ຮັບການຮັບຮອງຈາກອົງການສອບເສັງທຽບລະດັບພາສາອັງກິດຂອງ ສະຫະລັດອາເມລິກາ ໃຫ້ດໍາເນີນການສອບເສັງທຽບລະດັບພາສາອັງກິດ TOEFL® iBT ໃນ ສ ປ ປ ລາວ ໃນເດືອນ 7 ປີ 2006 ແລະ ໄດ້ຈັດການສອບ ເສັງຄັ້ງທໍາອິດໃນ ສ ປ ປ ລາວ ໃນເດືອນ 8 ປີ 2006.
 |
ນັກສຶກສາທີ່ຈົບການສຶກສາຈາກວິທະຍາໄລພວກເຮົາ ບໍ່ພຽງແຕ່ຈະມີຄວາມຮູ້ດ້ານວິຊາການທີ່ຕົນສຶກສາ ເທົ່ານັ້ນ ແຕ່ຍັງມີຄວາມຮູ້ ແລະ ທັກສະດ້ານການເປັນຜູ້ນຳ, ຄວາມສາມາດດ້ານການສື່ສານກັບບຸກຄົນ ອື່ນ, ແນວຄວາມຄິດສ້າງສັນ, ຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມກະຕືລືລົ້ນຫ້າວຫັນ. ຄຸນສົມບັດທີ່ ດີເລົ່ານີ້ ແມ່ນໄດ້ຮັບການປູກຝັງໂດຍຜ່ານວັດທະນະທໍາອົງການຂອງພວກເຮົາທີ່ນັກສຶກສາມີຄວາມໃກ້ ຊິດຕິດແທດໃນແຕ່ລະວັນ ແລະ ຜ່ານກິດຈະກຳນອກຫຼັກສູດຕ່າງໆຂອງພວກເຮົາ. ນັກສຶກສາຂອງວິທະ ຍາໄລພວກເຮົາ ຈະໄດ້ຮັບການຊຸກຍູ້ໃຫ້ເຂົ້າຮ່ວມກິດຈະກຳຕ່າງໆຂອງວິທະຍາໄລ ໂດຍອີງຕາມຄວາມມັກ ແລະ ຄວາມທະນັດຂອງນັກສຶກສາແຕ່ລະຄົນ. ດ້ວຍວິທີນີ້, ພວກເຮົາສາມາດຂຸດຄົ້ນເອົາຄວາມສະມາດສະ ເພາະຂອງນັກສຶກສາແຕ່ລະຄົນອອກມາໄດ້ ເຊິ່ງຄວາມສາມາດສະເພາະນັ້ນຈະຊ່ວຍໃຫ້ນັກສຶກສາປະສົບ ຜົນສໍາເລັດໃນອະນາຄົດໄດ້. ພວກເຮົາໄດ້ມີການຈັດກຸ່ມ ແລະ ທີມກິລາປະເພດຕ່າງໆໃຫ້ນັກສຶກສາ. |
| |
|
 |
ວິທະຍາໄລພວກເຮົາ ໄດ້ສ້າງຕັ້ງກຸ່ມຫຸ່ນໂລໂບ (Robotic club) ໃຫ້ນັກສຶກສາຄະນະເທັກໂນໂລຢີຂໍ້ມູນ ຂ່າວສານ ໂດຍມີເປົ້າໝາຍສ້າງໃຫ້ນັກສຶກສາມີແນວຄວາມຄິດສ້າງສັນ ແລະ ມີປະສົມການໃນການສ້າງ ຫຸ່ນຍົນ ແລະ ຂຽນໂປຣກຣາມຄອມພິວເຕີ້ຝັງໃສ່ໃນໂຕຫຸ່ນ. ໃນແຕ່ລະປີ ພວກເຮົາໄດ້ສົ່ງຫຸ່ນເຂົ້າແຂ່ງ ຂັນໃນງານແຂ່ງຂັນຫຸ່ນຍົນທີ່ຈັດທີ່ນະຄອນຫຼວງວຽງຈັນ.
|
ວິທະຍາໄລພວກເຮົາ
- ທຳການສິດສອນໃນຫຼັກສູດຊັ້ນປະລິນຍາຕີ ແລະ ຊັ້ນສູງ;
- ເດີນເນີນວຽກງານດ້ານບໍລິການທີ່ປຶກສາໃຫ້ໂຄງການດ້ານການພັດທະນາ ແລະ ບໍລິສັດເອກະຊົນຕ່າງໆໃນລາວ;
- ຮ່ວມມືກັບອົງການລັດ, ອົງການສາກົນ ແລະ ບໍລິສັດເອກະຊົນຕ່າງໆ ກ່ຽວກັບວຽກງານດ້ານການສຶກສາ ແລະ ການພັດທະນາ;
- ຈັດກອງປະຊຸມສຳມະນາດ້ານວິຊາການ ແລະ ການຝຶກອົບຮົມໄລຍະສັ້ນຕ່າງໆ.
ວິທະຍາໄລພວກເຮົາມີ 3 ຄະນະວິຊາດັ່ງລຸ່ມນີ້:
Home |