ຄະນະ​ເທັກ​ໂນ​ໂລ​ຢີຂໍ້ມູນ​ຂ່າວສານ

ວິທະຍາໄລ​ ສຸດ​ສະກະ ​ເພື່ອ​ການ​ບໍລິຫານ ​ແລະ ​ເທັກ​ໂນ​ໂລ​ຢີ ​ແມ່ນ​ສະ​ຖາ​ບັນ​ການ​ສຶກສາ​ແຫ່ງໜຶ່ງ​ທີ່​ເປັນ​ຜູ້ນໍາ​ດ້ານການ​ສຶກສາທີ່​ກ່ຽວຂ້ອງ​ກັບ​ເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໃນ ສ ປ ປ ລາວ. ວິທະຍາໄລ​ພວກ​ເຮົາສົ່ງ​ເສີມ ​ແລະ ​ປູກຝັງ​ໃຫ້​ນັກ​ສຶກສາ​ມີ​​ແນວ​ຄິດສ້າງສັນ,ຢາກ​ຮູ້​ຢາກ​ເຫັນ ​ແລະ ​ມັກ​ຊອກ​ຫາ​ຄວາມ​ຮູ້​ໃສ່​ຕົວ​ຢູ່​ສະ​ເໝີ. ວິທະຍາໄລ​ພວກ​ເຮົາສະ​ເໜີ​ຫຼັກສູດ​ທີ່​ມີ​ຄຸນ​ນະພາ​ບເຊິ່ງນັກ​ສຶກສາ​ທີ່​ຮຽນ​ຈົບ​ຫຼັກສູດດັ່ງກ່າວຈະ​ມີ​ຄວາມ​ສາມາດ​ເປັນ​ທີ່​ຕ້ອງການ​ຂອງບໍລິສັດ ຫຼື ອົງການ​ຕ່າງໆທັງ​ພາຍ​ໃນ ​ແລະ​ ຕ່າງປະ​ເທດ. ຫຼັກສູດ​ຂອງຄະນະ​ພວກ​ເຮົາຍັງ​​​ຝຶກ​ໃຫ້ນັກ​ສຶກສາ​​ມີ​ຄວາມ​ຮູ້​ດ້ານ​ວິຊາ​ການ ​ແລະ ​ເຮັດ​ວຽກ​ຕົວ​ຈງ​ເພື່ອ​ໃຫ້​ມີ​ປະສົບ​ການ ​ສິ່ງ​ເລົ່າ​ນີ້​ຈະ​ເປີດ​ໂອກາດ​ໃຫ້​ນັກ​ສຶກສາ​ສາມາດພັດ​ທະ​ນາ​ທັກ​ສະ​ຄວາມ​ຮູ້​ຂອງ​ຕົນ​ທີ່​ຈໍາ​ເປັນ​ສໍາລັບ​ວຽກ​ງານ​ໃນ​ອະນາຄົດ.

ວິທະຍາໄລ​ ສຸດ​ສະກະ ​ເພື່ອ​ການ​ບໍລິຫານ ​ແລະ ​ເທັກ​ໂນ​ໂລ​ຢີ ມີ​ສາຍພົວພັນທີ່​ດີ​ກັບບັນດາບໍລິສັດທີ່​ເຄື່ອນ​ໄຫ​ວທຸລະ​ກິດກ່ຽວ​ຂ້ອງ​ກັບ​ເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ທັງ​ພາຍໃນ ​ແລະ ​ຕ່າງປະ​ເທດ. ​​ຫຼັກສູດ​ຕ່າງໆ​​ໄດ້​ຮັບ​ການ​ອອກ​ແບບ​ຂຶ້ນ ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ແລກ​ປຽນ​ຄໍາຄິດ​ຄໍາ​ເຫັນ​ກັບ​ບັນດາ​ທຸລະ​ກິດ ​ແລະ ອົງການ​ຕ່າງໆ ​ເພື່ອ​​ສາມາດ​ສ້າງ​ນັກ​ສຶກສາ​​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ເໝາະ​ສົມ​ກັບ​ຍຸກ​ສະ​ໃໝ່ ​ແລະ ​ເປັນ​ທີ່​ຕ້ອງການ​ຂອງ​ສັງຄົມ. ອາ​ຈານ​ສອນ​ກໍ​ລ້ວນ​ແລ້ວ​ແຕ່​ແມ່ນ​ອາ​ຈານ​ທີ່​ມີ​ຄຸນ​ວຸດ​ທິສູງ ​ແລະ ​ມີ​ບົດບາດ​ທີ່​ສໍາຄັນ​ໃນ​ຂົງ​ເຂດເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໃນ ສ ປ ປ ລາວ ​ເຊິ່ງຈະ​ນໍາ​ເອົາ​ຄວາມ​ຮູ້ ຫຼື ​ເທັກ​ໂນ​ໂລ​ຢີ​ໃໝ່​ໆມາ​ແນະນໍາ​ໃຫ້​ນັກ​ສຶກສາ​ໄດ້​ຮຽນ​.

ພວກ​ເຮົາ​ໄດ້​ມີ​ການພັດທະນາ​ຫຼັກສູດ​ ແລະ ​ອຸປະກອນ​ປະກອບ​ການ​ສອນ​ຢ່າງ​ຕໍ່​ເນື່ອງ ​ໃຫ້​ມີ​ຄວາມ​ທັນ​ສະ​ໃໝ່​ຢູ່​ສະ​​ເໝີ ​ເພື່ອ​ໃຫ້​ທັນ​ກັບ​ການ​ປ່ຽນ​ແປງ​ທີ່​ວ່ອງ​ໄວຂອງ​ເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​.

ຫຼັກສູດ​ຊັ້ນ​ປະລິນຍາຕີສາຂາວິທະຍາສາດ​ຄອມ​ພິວ​ເຕີ້
ຫຼັກສູດ​ໄລຍະ​
ສັ້ນ

:: ຫຼັກສູດຊັ້ນປະລິນຍາຕີສາຂາວິທະຍາສາດຄອມພິວເຕີ້ ::

ຫຼັກສູດ​ຊັ້ນ​ປະລິນຍາຕີ​ສາຂາວິທະຍາສາດ​ຄອມ​ພິວ​ເຕີ້ນີ້ ຖືກ​ອອກ​ແບບ​ມາ​ເພື່ອສ້າງ​ນັກ​ສຶກສາ​ໃຫ້​ມີ​ທັກ​ສະ ແລະ ຄວາມ​ຮູ້​ຄວາມ​ສາມາດດ້ານ​ທິດ​ສະ​ດີ ​ແລະ​ ພາກ​ປະຕິບັດ​ຕົວ​ຈິງ. ນັກ​ສຶກສາ​ຈະ​ໄດ້​ຮຽນ​ຮູ້​ ແລະ​ນຳ​ໃຊ້ເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານທີ່​ທັນ​ກັບ​ຍຸກ​ສະ​ໄໝ. ຫຼັກສູດ​ດັ່ງກ່າວ​ນີ້ ສ້າງ​ນັກ​ສຶກສາ​​ໃຫ້ມີ​ແນວ​ຄວາມ​ຄິດ​ສ້າງສັນ ແລະ ​ມີ​ຄວາມ​ສາມາດທາງ​ດ້ານ​ Multimedia ​ແລະ Graphic Design​​, ມີ​ທັກ​ສະ​ດ້ານ​ການ​ພັດທະນາໂປ​ຣກຣາມຄອມ​ພິວ​ເຕີ້​ທີ່​ມີ​ຄວາມ​ສັບ​ຊ້ອນ​ສູງ, ສາມາດ​ອອກ​ແບບ ຕິດ​ຕັ້ງ ​ແລະ ຄຸ້ມ​ຄອງ​ລະບົບ​ເຄື່ອຄ່າ​ຍຄອມ​ພິວ​ເຕີ້​ ທີ່​ນຳ​ໃຊ້​ລະບົບ​ປະຕິບັດ​ການ​ແບບ Windows ​ແລະ Linux ​ໄດ້​ຢ່າງ​ດີ ​ແລະ ສາມາດ​ພັດທະນາ​ຕົນ​ເອງ​ໃຫ້​ທັນ​ກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​​ໂລກເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໄດ້.

ໃນ​ຫຼັກສູດ​ນີ້ ນັກ​ສຶກສາ​ຈະ​ຕ້ອງ​ໄດ້​ຮຽນ​ວິຊາ​ຕ່າງໆ​ທີ່​ມີ​ໜ່ວຍ​ກິດປະມານ 159 ​ແລະ ລົງ​ຝຶກ​ງານ​ຢູ່​ທີ່​ອົງການ​ຕ່າງໆ​ທີ່​ທາງ​ວິທະຍາໄລ​ໄດ້​ຈັດ​ໃຫ້. ​ໃນ​ລະຫວ່າງ​ການ​​ຝຶກ​ງານ​ ນັກ​ສຶກສາ​ຈະ​ຕ້ອງ​ໄດ້​ຂຽນ​ບົດ​ຄົ້ນ​ຄ້ວາ​ຈົບ​ຫຼັກສູດຂອງ​ຕົນທີ່​ມີຫົວ​ຂໍ້​ກ່ຽວຂ້ອງ​ກັບ​ຂະ​ແໜ​​ເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ.
ໄລຍະ​ເວລາ​ການ​ຮຽນ: 5 ປີ ຫຼື 10 ​ເທີ​ມ
ເງື່ອນ​ໄຂ​ເຂົ້າ​ຮຽນ: ຜູ້​ສະໝັກ​ຕ້ອງ​ຈົບ​ການ​ສຶກສາ​ຊັ້ນ​ມັດທະຍົມ​ຕອນ​ປ່າຍ ຫຼື ທຽບ​ເທົ່າ.

ກຸມ​ປະ​ເພດ​ວິຊາ​ຮຽນ:


ວິຊາ​ຄວາມ​ຮຼ້ພື້ນຖານ

ວິຊາ​ຄວາມ​ຮູ້ພື້ນຖານທີ່​ນັກ​ສຶກສາ​ຈະ​ໄດ້​ຮຽນ​ມີ​ເປົ້າ​ໝາຍ​​ເພື່ອຝຶກ​ໃຫ້​ນັກ​ສຶກສາມີ​ຄວາມ​ຮູ້​ພື້ນຖານ​ດ້ານ​ພາສາ​​ ແລະ​ ວັດທະນະທຳລາວ, ກົດໝາຍ​ພື້ນຖານ, ລະບົບ​ການ​ເມືອງ​ລາວ, ຈິດຕະວິທະຍາ, ສະພາບ​ແວດ​ລ້ອມ, ສັງຄົມ​ວິທະຍາ, ປັດ​ຊະຍາ, ຄອມ​ພິວ​ເຕີ້ ​ແລະ ພື້ນຖານ​ກ່ຽວ​ກັບ​ເລກ ​ແລະ ​ເສດຖະສາດ.

ວິຊາ​ຫຼັກ​ຂອງ​

ວິຊາ​ຫຼັກ​ຂອງ​ວິທະຍາໄລ​ແມ່ນ​ວິຊາ​ບັງຄັບ​ຂອງ​ຫຼັກສູດ​ດັ່ງກ່າວ ​ເຊິ່ງມີ​ເປົ້າ​ໝາຍ​ເພື່ອ​ຝຶກ​ໃຫ້​ນັກ​ສຶກສາມີ​ທັກ​ສະ​ທີ່​ຈໍາ​ເປັນ​ໃນ​ການ​ປະຕິ​ປັດ​ວຽກ​ງານ​ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ການ​ປ່ຽນ​ແປງ​ຢູ່​ຕະຫຼອດ​ເວລາ. ນັກສຶກສາ​ຈະ​ໄດ້​ຮັບ​ການ​ຝຶກ ​ແລະ ສາມາດ​ພັດທະນາ​ຕົ້ນ​ເອງ​ກ່ຽວ​ກັບທັກສະທາງ​ດ້ານການ​ວິ​ເຄາະ​ປັນຫາ, ສາມາດ​ແກ້​ໄຂ​ປັນຫາ​ດ້ວຍ​ວິທີ​ທີ່​ສ້າງສັນ, ສາມາດ​ສື່ສານ​ກັບ​ບຸກຄົນ​ອື່ນ​ໄດ້​ຢ່າງ​ມີ​ປະສິດທິ ພາບ ​ແລະ ສາມາດ​ນຳພາ​ສະມາຊິກ​ຂອງ​ກຸ່ມ ຫຼື​ ໜ່ວຍ​ງານ​ປະຕິບັດ​ໜ້າ​ທີ່​ໄດ້​ຢ່າງ​ປະສົບ​ຜົນສຳ​ເລັດ.

ວິຊາ​ຫຼັກ​ທີ່​ກ່ຽວ​ກັບ​ຄອມ​ພິວ​ເຕີ້

ບັນດາວິຊາ​ດັ່ງກ່າວ​ນີ້​ແມ່ນ​ເນັ້ນ​ຝຶກ​ໃຫ້​ນັກ​ສຶກສາມີ​ທັກ​ສະ ​ແລະ ຄວາມ​ສາມາດ​ດ້ານ​ການ​ວິ​ເຄາະ​, ອອກ​ແບບ ​ແລະ ພັດທະນາລະບົບ ທີ່​ຈຳ​ເປັນ​ໃນ​ການ​ພັດທະນາ​ລະບົບ​ເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ທີ່​ນຳ​ໃຊ້​ໃນ​ອົງການ​ຕ່າງໆ. ​

ວິຊາ​ເລືອກ

ໃນ​ຕອນ​ທ້າຍ​ຂອງ​ຫຼັກ​ສູດ ນັກ​ສຶກສາ​ ສາມາດ​ເລືອກ​ຮຽນ​ວິຊາ​ເລືອກທີ່​ຕົນ​ມັກ ​ແລະ ມີຊຳນານໄດ້ ເຊິ່ງຈະ​ກ່າຍ​ເປັນ​ຂະ​ແໜງ​ການ​ລົງ​ເລິກ​ຂອງ​ຕົນ. 

ການ​ຝຶກ​ງານ​ຕົວ​ຈິງ ​ແລະ ຂຽນ​ບົດ​ຄົ້ນ​ຄ້ວາ​ຈົບ​ຊັ້ນ

ສິ່ງ​ທີ່​ສຳຄັນອີກ​ຢ່າງ​ໜຶ່ງ​ຂອງ​ຫຼັກສູດນີ້ ແມ່ນ​ນັກ​ສຶກສາຈະ​ຕ້ອງ​ໄດ້​ລົງ​ຝຶກ​ງານ​ຕົວ​ຈິງກັບ​ບໍລິສັດ ຫຼື ອົງ​ການ​ຕ່າງໆ ​ໃນ​ຕອນ​ທ້າຍ​ຂອງ​ການ​ຮຽນ ​ເພື່ອ​ໃຫ້​ນັກ​ສຶກສາ​ໄດ້​ມີ​ປະສົບ​ການ​ການ​ເຮັດ​ວຽກ​​ຕົວ​ຈິງ​ໃນ​ຂະ​ແໜງ​ການ​ທີ່​ຕົນ​ໄດ້​ຮໍ່າຮຽນ ​ແລະ ທັງ​ສາມາດ​ຮຽນຮູ້​ເຖິງ​ວັດທະນະທຳ ​ແລະ ວິທີ​ປະຕິບັດ​ໃນ​ທຸລະ​ກິດ​ຕົວ​ຈິງ. ​ໄລຍະ​ເວລາ​ການ​ຝຶກ​ອົບຮົມຕໍາສຸດ​ແມ່ນ 2 ​ເດືອນ. ​ໃນ​ລະຫວ່າງ ​ແລະ ພາຍຫຼັງ​ຈາກ​ການ​ລົງ​ຝຶກ​ງານ, ນັກ​ສຶກສາ​ຈະ​ຕ້ອງໄດ້​ຂຽນ​ບົດ​ຄົ້ນ​ຄ້ວາ​ຈົບ​ຫຼັກສູດ​ຂອງ​ຕົນ ​ເຊິ່ງມີ​ຫົວ​ຂໍ້​ກ່ຽວຂ້ອງ​ກັບ​ຂະ​ແໜງ​ການ​ຮຽນ​ຂອງ​ຕົນ.  

:: ຫຼັກສູດ​ໄລຍະ​ສັ້ນ ::

ຫຼັກສູດ​ໄລຍະ​ສັ້ນ​ຕ່າງໆ​ທີ່​ອອກ​​ແບບມາ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ນັກ​ສຶກສາ​ທີ່​ມີ​ຄວາມ​ຕ້ອງການ​ຮຽນ​ສະ​ເພາະ​ວິຊາ​ທີ່​ຕົນ​ມັກ​​​ມີ​ດັ່ງ​ລຸ່ມ​ນີ້:

  • ການ​ບໍລິຫານ​ເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ (Information Technology Management)
  • ການ​ພັດທະນາ​ໂປ​ຣກຣາມຄອມ​ພິວ​ເຕີ້​ທີ່​ມີ​ຖານ​ຂໍ້​ມູນ (Database Application Development)
  • ການ​ຕິດ​ຕັ້ງ​ແລະ​ສ້ອມ​ແປ່​ງຄອມ​ພິວ​ເຕີ້ (PC Hardware Setup & Trouble Shooting)
  • ການ​ຄຸ້ມ​ຄ້ອງ​ລະບົບ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ້​ທີ່​ມີ​ລະບົບ​ປະຕິບັດ​ການ​ແບບ Linux ຫຼື Windows Server (Network Administration-Linux or Windows Server)
  • ການ​ພັດທະນາ Web Site (Web Site Development-Dream Weaver and Flash)
  • ການ​ອອ​ແບບ​ຮູບກຣາບຟິກ (Multimedia and Graphic Design)
  • ​ການ​ນໍາ​ໃຊ້ໂປ​ຣກຣາມລະບົບ​ຂໍ້​ມູນ​ກ່ຽວ​ກັບ​ພູມີສາດ (Geographical Information Systems (GIS) – MapInfo, Arc GIS (Arc Map)
  • ​ການ​ນໍາ​ໃຊ້ໂປ​ຣກຣາມອອກ​ແບບ​ດ້ານ​ວິ​ຊະວະ​ກຳ AutoCAD
  • ການ​ນຳ​ໃຊ້ໂປ​ຣກຣາມດ້ານ​ຖານ​ຂໍ້​ມູນ (MS Access)
  • ໂປ​ຣກຣາມຄອມ​ພິວ​ເຕີ້​ນຳ​ໃຊ້ໃນ​ຫ້ອງການ (Office Computing ​with MS Office-Word, Excel, PowerPoint, Outlook Express, Internet and Basic Computer Studies)
  • ການ​ນຳ​ໃຊ້ໂປ​ຣກຣາມຄຸ້ມ​ຄອງ​ໂຄງການ (MS Project)
  • ການ​ນຳ​ໃຊ້ໂປ​ຣກຣາມສະ​ຖິຕິ (SPSS)

 

 

Home