
ຄະນະບໍລິຫານທຸລະກິດ ແລະ ເສດຖະສາດ
 |
ຄະນະ ບໍລະຫານ ທຸລະກິດ ແລະ ເສດຖະສາດ (FBE) ມີເປົ້າໝາຍ ທີ່ຈະຜະລິດ ຊັບພະຍາກອນມະນຸດ ທີ່ມີຄວາມຮູ້ ຄວາມສາມາດ ເພື່ອອອກໄປປະກອບອາຊີບໃນອົງການລັດ ຫົວໜ່ວຍທຸລະກິດ ແລະ ອົງການສາກົນຕ່າງໆ ໄດ້ຢ່າງມີປະສິດທິພາບສູງສຸດໂດຍຄຳນຶງເຖິງ ວິວັດທະນະການ ທາງດ້ານສັງຄົມ ເສດຖະກິດເທັກໂນໂລຢີ . ດັ່ງນັ້ນ, ຄະນະບໍລິຫານທຸລະກິດແລະ ເສດຖະສາດ ຈຶ່ງໄດ້ອອກແບບຫຼັກສູດ ໂດຍຄຳນຶງເຖິງປັດໃຈທີ່ກ່າວມາຂ້າງເທິງນີ້ ລວມເຖິງສະພາບການເຄື່ອນໄຫວ ທຸລະກິດ ໃນຍຸກປັດຈຸບັນ ທີ່ມີການປ່ຽນແປງຢູ່ຕະຫຼອດເວລາ ເພື່ອໃຫ້ນັກສຶກສາໄດ້ມີຄວາມເຂົ້າໃຈ ຕໍ່ການດຳເນີນທຸລະກິດ ໃນຍຸກໂລກາພິວັດ ແລະ ມີທັກສະການບໍລິຫານພຽງພໍໃນການປັບຕົນໃຫ້ເຂົ້າກັບສະພາບການປ່ຽນ ແປງເລົ່ານັ້ນ. |
ຫຼັກສູດປະລິນຍາຕີສາຂາການບໍລິຫານທຸລະກິດ
ຫຼັກສູດຊັ້ນສູງສາຂາການບັນຊີ
ຫຼັກສູດໄລຍະສັນສໍາລັບຜູ້ບໍລິຫານ
ຫຼັກສູດໄລຍະສັນອື່ນໆ
::ຫຼັກສູດປະລິນຍາຕີສາຂາການບໍລິຫານທຸລະກິດ::
ຫຼັກສູດປະລິນຍາຕີສາຂາບໍລິຫານທຸລະກິດນີ້ມີເປົ້າໝາຍເພື່ອພັດທະນານັກສຶກສາໃຫ້ມີຄວາມຮູ້ຄວາມສາມາດດ້ານການບໍລິຫານ ແລະ ຄວາມຮູ້ຮອບຕົວຢ່າງພຽບພ້ອມ. ຫຼັກສູດນີ້ອອກແບບມາເພື່ອຝຶກໃຫ້ນັກສຶກສາມີທັກສະ ແລະ ເຕັກນິກການບໍລິຫານ, ມີພາວະຜູ້ນຳ, ທັກສະດ້ານຈິດຕະວິທະຍາ ແລະ ທັກສະການພົວພັນກັບບຸກຄົນອື່ນ ພ້ອມກັບມີວິນຍານຂອງນັກທຸລະກິດ ຫຼື ຜູ້ປະກອບການ ເຊິ່ງຄຸນລັກສະນະເລົ່ານີ້ແມ່ນມີຄວາມຈໍາເປັນໃນການເຮັດວຽກໃນຕໍາແໜ່ງຝ່າຍບໍລິຫານຂອງອົງການຕ່າງໆ. ໃນຫຼັກສູດດັ່ງກ່າວນີ້, ນັກສຶກສາຈະໄດ້ຮຽນຫຼາຍໆວິຊາທີ່ມີຄວາມຫຼາກຫຼາຍ ເຊິ່ງມີຈໍານວນໜ່ວຍກິດລວມເທົ່າກັບ 175 ໜ່ວຍກິດ. ຕອນທ້າຍຂອງການຮຽນ, ນັກສຶກສາສາມາດເລືອກຮຽນວິຊາທີ່ຕົນມັກ ແລະ ຊຳນານໄດ້ ເຊິ່ງຈະກ່າຍເປັນຂະແໜງການທີ່ຕົນລົງເລິກ.
| ໄລຍະເວລາການຮຽນ: |
5 ປີ ຫຼື 10 ເທີມ |
| ເງື່ອນໄຂເຂົ້າຮຽນ: |
ຜູ້ສະໝັກຕ້ອງຈົບການສຶກສາຊັ້ນມັດທະຍົມຕອນປ່າຍ ຫຼື ທຽບເທົ່າ. |
ກຸມປະເພດວິຊາຮຽນ |
 |
ວິຊາຄວາມຮຼ້ພື້ນຖານ |
ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາແລະວັດທະນະທໍາລາວ, ກົດໝາຍພື້ນຖານ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ້ ແລະ ພື້ນຖານກ່ຽວກັບເລກ ແລະ ເສດຖະ ສາດ. |
ວິຊາຫຼັກຂອງວິທະຍາໄລ |
ວິຊາຫຼັກຂອງສະຖາບັນແມ່ນໝາກຫົວໃຈຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິປັດວຽກງານໃນສະພາບແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົ້ນເອງກ່ຽວກັບທັກສະທາງດ້ານການວິເຄາະປັນຫາ, ສາມາດແກ້ໄຂປັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິ ພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ. |
ວິຊາຫຼັກທີ່ກ່ຽວກັບທຸລະກິດ |
ວິຊາຫຼັກທີ່ກ່ຽວຂ້ອງກັບທຸລະກິດຈະຊ່ວຍໃຫ້ນັກສຶກສາມີຄວາມເຂົ້າໃຈກ່ຽວກັບທິດສະດີ, ແນວຄວາມຄິດ ແລະ ເຄື່ອງມືທາງດ້ານການບໍລິຫານຕ່າງໆ ເຊິ່ງມີຄວາມສໍາຄັນໃນການປະຕິບັດວຽກງານໃນສະພາບແວດລ້ອມຂອງທຸລະກິດສະໄໝໃໝ່. |
ວິຊາເລືອກ |
ໃນຕອນທ້າຍຂອງຫຼັກສູດ ນັກສຶກສາບໍລິຫານທຸລະກິດສາມາດເລືອກຮຽນວິຊາເລືອກທີ່ຕົນມັກ ແລະ ທະນັດໄດ້ 3 ວິຊາ ເຊິ່ງຈະກ່າຍເປັນຂະແໜງການລົງເລິກຂອງຕົນ. |
ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄ້ວາຈົບຊັ້ນ |
ສິ່ງທີ່ສໍາຄັນອີກຢ່າງໜຶ່ງຂອງຫຼັກສູດ ຊັ້ນປະລິນຍາຕີ ສາຂາການບໍລິຫານທຸລະກິດ ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທໍາ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍາສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄ້ວາຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ. |
::ຫຼັກສູດຊັ້ນສູງສາຂາການບັນຊີ::
ຫຼັກສູດຊັ້ນສູງສາຂາການບັນຊີໄດ້ຖືກອອກແບບມາເພື່ອພັດທະນະນັກສຶກສາ ໃຫ້ມີຄວາມຮູ້ ແລະ ຄວາມສາມາດ. ນັກສຶກສາຈະໄດ້ຮຽນວິຊາຕ່າງໆທີ່ກ່ຽວຂ້ອງກັບການບັນຊີ, ການເງິນ, ລະບົບການຄວບຄຸມ ແລະ ການບໍລິຫານປະເພດອື່ນໆ. ຫຼັກສູດນີ້ ມີບາງສ່ວນແມ່ນໄດ້ອີງໃສ່ຫຼັກສູດການບັນຊີຂອງມະຫາວິທະຍາໄລທີ່ມີຊື່ສຽງຂອງສາກົນ ເຊິ່ງເຮັດໃຫ້ນັກສຶກສາໄດ້ຮູ້ເຖິງການຮຽນບັນຊີການເງິນທີ່ມີລັກສະນະສາກົນ.
ສິ່ງທີ່ສໍາຄັນອີກຢ່າງໜຶ່ງຂອງຫຼັກສູດຊັ້ນສູງສາຂາການບັນຊີນີ້ ແມ່ນນັກສຶກສາຈະໄດ້ຮຽນກັບບັນດາອາຈານທີ່ເຮັດວຽກເປັນຜູ້ກວດສອບບັນຊີ, ອາຈານທີ່ເປັນນັກບັນຊີຊັ້ນນໍາໃນອົງການລັດ ແລະ ອົງການສາກົນຕ່າງໆ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮຽນກັບພະນັກງານພາສີອາກອນທີ່ຈະນໍາບົດຮຽນຕົວຈິງມາແນະນຳໃນຫ້ອງຮຽນ.
| ໄລຍະເວລາການຮຽນ: |
3 ປີ ຫຼື 6 ເທີມ |
| ເງື່ອນໄຂເຂົ້າຮຽນ: |
ຜູ້ສະໝັກຕ້ອງຈົບການສຶກສາຊັ້ນມັດທະຍົມຕອນປ່າຍ ຫຼື ທຽບເທົ່າ. |
ກຸມປະເພດວິຊາຮຽນ:
ວິຊາຄວາມຮຼ້ພື້ນຖານ |
ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາແລະວັດທະນະທໍາລາວ, ກົດໝາຍພື້ນຖານ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ້ ແລະ ພື້ນຖານກ່ຽວກັບເລກ ແລະ ເສດຖະສາດ. |
ວິຊາຫຼັກຂອງວິທະຍາໄລ |
ວິຊາຫຼັກຂອງວິທະຍາໄຍແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິປັດວຽກງານໃນສະພາບແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົ້ນເອງກ່ຽວກັບທັກສະທາງດ້ານການວິເຄາະປັນຫາ, ສາມາດແກ້ໄຂປັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ. |
ວິຊາຫຼັກທີ່ກ່ຽວກັບທຸລະກິດ |
ວິຊາຫຼັກທີ່ກ່ຽວຂ້ອງກັບທຸລະກິດຈະຊ່ວຍໃຫ້ນັກສຶກສາມີຄວາມເຂົ້າໃຈກ່ຽວກັບທິດສະດີ, ແນວຄວາມຄິດ ແລະ ເຄື່ອງມືທາງດ້ານການບໍລິຫານຕ່າງໆ ເຊິ່ງມີຄວາມສໍາຄັນໃນການປະຕິບັດວຽກງານໃນສະ ພາບແວດລ້ອມຂອງທຸລະກິດສະໄໝໃໝ່. |
ວິຊາຫຼັກທີ່ກ່ຽວກັບການບັນຊີ |
ວິຊາຫຼັກທີ່ກ່ຽວກັບການບັນຊີຈະຝຶກໃຫ້ນັກສຶກສາມີຄວາມຮູ້ ຄວາມສາມາດ ແລະ ທັກສະດ້ານການບັນຊີການເງິນ, ການບັນຊີວິໄຈ, ການຄວບຄຸມພາຍໃນ, ລະບົບການຄວບຄຸມທາງການບໍລິຫານເຊິ່ງ ພຽບພ້ອມໃນການເປັນນັກບັນຊີໃນອົງການຂະໜາດໃຫຍ່. ນັກສຶກສາຍັງຈະໄດ້ຮຽນວິຊາທີ່ກ່ຽວຂ້ອງກັບການເງິນອີກດ້ວຍ. |
ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄ້ວາຈົບຊັ້ນ |
ສິ່ງທີ່ສໍາຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທໍາ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍາສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄ້ວາຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ. |
::ຫຼັກສູດການບໍລິຫານໄລຍະສັ້ນສໍາລັບຜູ້ບໍລິຫານ::
ຫຼັກສູດນີ້ເປັນຫຼັກສູດໄລຍະສັ້ນ ທີ່ໃຊ້ເວລາການຮຽນແບບເລັ່ງລັດ 1 ປີ ເຊິ່ງເໝາະສົມກັບນັກທຸລະກິດ, ບຸກຄົນທີ່ມີແຜນຈະສ້າງທຸລະກິດຂອງຕົນເອງ, ພະນັກງານທັງພາກລັດ ແລະ ເອກະຊົນ. ຮູບແບບການ
ຮຽນການສອນຈະເນັ້ນໃສ່ການປະຕິບັດຕົວຈິງ ແລະ ນັກສຶກສາ ຈະຕ້ອງໄດ້ນໍາໃຊ້ປະສົບການຂອງຕົນ
ທີ່ມີຢູ່ເຂົ້າໃນການສົນທະນາ ແລກປ່ຽນຄວາມຄິດເຫັນ. ນັກສຶກສາຈະໄດ້ຮຽນກັບບັນດາອາຈານສອນຜູ້ມີປະສົບການຕົວຈິງໃນການສ້າງທຸລະກິດຂອງຕົນ ແລະ ອາຈານຜູ້ທີ່ມີຄວາມຄວາມສາມາດດ້ານວິຊາສະເພາະ ແລະ ປະສົບການ. ວິຊາຮຽນມີດັ່ງຕໍ່ໄປນີ້:
- ເສດຖະສາດ (Economics)
- ການບໍລິຫານການຜະລິດ ແລະ ການປະຕິບັດງານ (Production and Operation Management)
- ການຕະຫຼາດ (Marketing)
- ການບໍລິຫານຊັບພະຍາກອນມະນຸດ (Human Resource Management)
- ການບັນຊີ (Accounting)
- ການເງິນ (Corporate Finance)
- ການທະນາຄານ (Banking)
- ການສ້າງແຜນທຸລະກິດ (Business Plan and Entrepreneurship)
- ການບໍລິຫານເທັກໂນໂລຢີ (Management of Technology)
- ການບໍລິຫານໂຄງການ (Project Management)
- ພາວະຜູ້ນໍາ (Leadership)
- ເຕັກນິກການເຈລະຈາ (Negotiation Techniques)
| ໄລຍະເວລາການຮຽນ: |
1 ປີ ຫຼື 3 ເທີມ |
:: ຫຼັກສູດການຝຶກອົບຮົມໄລຍະສັ້ນ ::
ບັນຊີລາວໃໝ່
ນັກສຶກສາທີ່ຮຽນໃນຫຼັກສູດນີ້ ຈະໄດ້ຮຽນຫຼັກການ ການບັນຊີວິສາຫະກິດລາວໃໝ່ເລີ່ມແຕ່ຂັ້ນພື້ນຖານ
ຈົນເຖິງລະດັບກາງ. ນັກສຶກສາຈະໄດ້ຮຽນຫຼັກການບັນຊີຕ່າງໆ, ການລົງບັນຊີ, ການສ້າງໃບດຸນດ່ຽງ, ໃບສະຫຼຸບຊັບສົມບັດ, ໃບສະຫຼຸບຜົນໄດ້ຮັບ ແລະ ໃບສະແດງກະແສເງິນສົດເປັນຕົ້ນ. ນອກນັ້ນ ນັກສຶກສາຍັງຈະໄດ້ຮຽນການຕັ້ງລະບົບບັນຊີໃນໂປຣກຣາມ Excel.
| ໄລຍະເວລາການຮຽນ: |
4 ເດືອນ |
ຫຼັກສູດນີ້ເໝາະກັບ:
- ນັກບັນຊີທີ່ຢາກຈະຍົກລະດັບຄວາມຮູ້ ແລະ ທັກສະດ້ານການບັນຊີຂອງຕົນໃຫ້ດີຂຶ້ນ ແລະ ຢາກຮູ້ວິທີການຕັ້ງລະບົບການບັນຊີຂອງທຸລະກິດໃນໂປຣກຣາມ Excel;
- ບຸກຄົນທີ່ເຮັດວຽກກ່ຽວກັບບັນຊີເງິນສົດ ຫຼື ພະນັກງານລົງບັນຊີ;
- ເຈົ້າຂອງທຸລະກິດທີ່ຕ້ອງການຮູ້ເລືອງການບັນຊີ.
Home |