ການຮັບຮອງ

ກະຊວງສຶກສາທິການ

ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແມ່ນສະຖາບັນການສຶກສາ ທີ່ໄດ້ຮັບການອະນຸມັດຈາກ ກົມການສຶກສາພາກເອກະຊົນກະ ຊວງສຶກສາທິການ ໃຫ້ຈັດຕັ້ງການສອນຫຼັກສູດຊັ້ນປະລິນຍາຕີ ແລະ ຊັ້ນສູງ ສາຂາວິຊາ ບໍລິຫານທຸລະກິດ, ນິເທດສາດ, ການບັນຊີ ແລະ ວິທະຍາສາດ ຄອມພິວເຕີ້. ໃບປະກາຊະນີຍະບັດທີ່ອອກໂດຍວິທະຍາໄລພວກເຮົາ ແມ່ນໄດ້ຮັບການຮັບຮອງຈາກກະຊວງສຶກສາທິການ.

ນອກນັ້ນ, ໃນເດືອນ 9 ປີ 2005, ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ໄດ້ຮັບການອະນຸຍາດຈາກ ກົມຄຸ້ມຄອງສະຖາ ບັນການເງິນ ແລະ ທະນາຄານທຸລະກິດ, ທະນາຄານແຫ່ງ ສ ປ ປ ລາວ ໃຫ້ດຳເນີນການຝຶກອົບຮົມດ້ານການເງິນຈຸລະພາກໃຫ້ແກ່ນັກສຶກສາທົ່ວໄປ.

 

 

Home