ວິໄສທັດ ແລະ ພັນທະກິດ
ວິໄສທັດ
“ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ມຸ້ງຫວັງທີ່ຈະເປັນສະຖາບັນການສຶກສາຊັ້ນນຳແຫ່ງໜຶ່ງໃນ ສ.ປ.ປ ລາວ ທີ່ມີມາດຕະ ຖານທາງວິຊາການໃນລະດັບສາກົນ, ສະໜອງການສຶກສາ, ການຄົ້ນຄ້ວາ ແລະ ການຝຶກອົບຮົມທີ່ມີຄຸນນະພາບໃຫ້ແກ່ສັງຄົມ ແລະ ສ້າງສາຍພົວພັນ ການຮ່ວມມືທາງວິຊາການ ແລະ ການແລກປ່ຽນນັກສຶກສາກັບວິທະຍາໄລການສຶກສາຂອງສາກົນ.”
ພັນທະກິດ
ພັນທະກິດຂອງ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ມີດັ່ງລຸ່ມນີ້:
- ເປັນສະຖາບັນການສຶກສາທີ່ມີຊື່ສຽງ ມີຜົນງານທາງວິຊາການທີ່ມີຄຸນນະພາບລະດັບສູງ ເປັນທີ່ຍອມຮັບຂອງສັງຄົມຢ່າງກ້ວາງຂວາງ ທັງພາຍໃນ ປະເທດ ແລະ ປະເທດອາຊ້ຽນ;
- ພັດທະນາຫຼັກສູດ ແລະ ວິທີການຮຽນການສອນໃຫ້ມີຄວາມຫຼາກຫຼາຍ ທັນສະໄໝ ມີລັກສະນະສາກົນ ແລະ ມີການສອດແຊກຄຸນນະທໍາ ຈາລິ ຍະທໍາ ວັດທະນະທໍາລາວໂດຍເອົານັກສຶກສາເປັນໃຈກາງ;
- ສ້າງບັນດິດໃຫ້ເປັນຜູ້ມີຄວາມຮູ້ຄູ່ຄວາມດີ, ມີຄຸນນະທຳ, ຈັນຍາທຳ, ຮັກການຮຽນຮູ້ ແລະ ຮັກສາໄວ້ຊຶ່ງວັດທະນະທຳແຫ່ງຊາດ;
- ສ້າງ ແລະ ຂະຫຍາຍການຮ່ວມມືກັບອົງການສາກົນ ແລະ ສະຖາບັນການສຶກສາຕ່າງໆ.
ຄ່ານິຍົມ
ວິທະຍາໄລພວກເຮົາຍຶດໝັນທີ່ຈະ:
- ຊຸກຍູ້ສົ່ງເສີມໃຫ້ມີການສົນທະນາແລກປ່ຽນຄວາມຮູ້ ແລະ ຮັກໃນການຖ່າຍທອດຄວາມຮູ້ໃຫ້ຜູ້ອື່ນ;
- ຮັກສາໄວ້ເຊິ່ງຈັນຍາບັນ ແລະ ຄຸນນະພາບຫຼັກສູດ, ການສິດສອນ ແລະ ລະບົບການບໍລິຫານໃຫ້ຢູ່ໃນລະດັບສູງ;
- ສ້າງສະພາບແວດລ້ອມທີ່ດີເພື່ອສົ່ງເສີມ ແລະ ກະຕຸ້ນໃຫ້ພະນັກງານ ແລະ ນັກສຶກສາ ສາມາດພັດທະນາຄວາມສາມາດ ແລະ ແຮງບົມຊ້ອນ ຂອງຕົນໃຫ້ເຖິງຂີດສຸດ;
- ມີສ່ວນຮ່ວມໃນການພັດທະນາຄວາມຮູ້, ວັດທະນະທຳ, ເສດຖະກິດ-ສັງຄົມ ໃນຊຸມຊົນທີ່ສະຖາບັນຕັ້ງຢູ່;
- ຮັບຮູ້ ແລະ ຊ່ວຍເຫຼືອຜູ້ທີ່ບໍ່ມີໂອກາດໃນຊຸມຊົນ
- ຮ່ວມມືກັບສະຖາບັນການສຶກສາ ແລະ ອົງການອື່ນໆທັງພາຍໃນ ແລະ ຕ່າງປະເທດ ເພື່ອປັບປຸງລະບົບການສິດສອນ ແລະ ສ້າງໂອກາດທາງ ດ້ານການສຶກສາໃຫ້ຄົນລາວ.
Home |