
ສະມາຄົມນັກສຶກສາ (SSA)
ສະມາຄົມນັກສຶກສາ ໄດ້ຮັບການສ້າງຕັ້ງຂຶ້ນທີ່ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນ ໂລຢີໂດຍມີຊື່ ເປັນທາງການວ່າ: "ສະມາຄົມ ນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ " ຫຼື ມີຊື່ເປັນພາສາອັງກິດວ່າ: "The SIMT Student Association". ສະມາຄົມ ດັ່ງກ່າວ ມີທີ່ຕັ້ງສຳນັກງານທີ່ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ.
ຈຸດປະສົງ ແລະ ເປົ້າໝາຍ
ຈຸດປະສົງຫຼັກ ຂອງສະມາຄົມນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແມ່ນ:
- ເພື່ອເຕົ້າໂຮມ ແລະ ເຜີຍແຜ່ແນວທາງ ນະໂຍບາຍຂອງ ພັກ - ລັດ ໃຫ້ນັກສຶກສາ ເຂົ້າໃຈໄດ້ ຢ່າງລະອຽດທົ່ວເຖິ່ງ. ໃນສະມາຄົມຈະມີອົງການ ຈັດຕັ້ງມະຫາຊົນເປັນແກນນຳ ໂດຍສະເພາະ ແມ່ນອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ.
- ເສີມສ້າງຄວາມສາມັກຄີ ແລະ ສາຍພົວພັນອັນດີງາມລະຫ່ວາງ ສະມາຊີກດ້ວຍກັນເອງກໍຄື ລະຫວ່າງນັກສຶກສາກັບສັງຄົມທີ່ຢູ່ອ້ອມຂ້າງ, ເສີມສ້າງ ຄວາມເຂົ້າໃຈ ລະຫວ່າງສະມາຊີກທີ່ ມີຄວາມ ແຕກຕ່າງທາງດ້ານຮີດຄອງປະເພນີ ຫຼື ວັດທະນະທຳ ທ້ອງຖິ່ນ ແລະ ຄວາມເຊື່ອໂດຍຜ່ານກິດ ຈະກຳຕ່າງໆແລະ ການແຈກຢ່າຍຂໍ້ມູນຂ່າວສານ.
- ເປັນບ່ອນກໍ່ສ້າງ ແລະ ຫຼໍ່ຫຼອມນັກສຶກສາ ເພື່ອກ້າວເຂົ້າເປັນ ສະມາຊິກຂອງໜ່ວຍຊາວໜຸ່ມ ປະຊາຊົນປະຕິວັດລາວ ທີ່ປະຈຳຢູ່ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແລະ ປະສ່ວນຢ່າງ ຕັ້ງໜ້າ ໃນການເຂົ້າຮ່ວມ ກິດຈະກຳຕ່າງໆ ທີ່ຈັດໂດຍໜ່ວຍຊາວໜຸ່ມ ປະຊາຊົນປະຕິວັດລາວປະຈຳກະຊວງສຶກສາທິການ.
- ສົ່ງເສີມຊີວິດໃນໄວຮຽນຂອງສະມາຊີກນັກສຶກສາ ໃຫ້ມີສີສັນຫຼາກຫຼາຍ ໂດຍການຈັດກິດຈະກຳທັງໃນ ແລະ ນອກຫຼັກສູດ ທາງດ້ານສັງຄົມ, ວັດທະ ນະທຳ ແລະ ກິລາ ເຊິ່ງກິດຈະກຳດັ່ງ ກ່າວຈະຕ້ອງສອດຄ່ອງກັບຜົນປະໂຫຍດຫຼັກຂອງສະມາຊິກສ່ວນໃຫ່ຍ.
- ສະເໜີແນວຄວາມຄິດ ແລະ ທັດສະນະຕ່າງໆ ທີ່ກ່ຽວຄຂ້ອງກັບແຜນການກິດຈະກຳ ຂອງສະມາຊີກສະມາຄົມ ການຮຽນຂອງນັກສຶກສາ ການ ສອນຂອງຄູ ແລະ ອຸປະກອນການຮຽນການ ສອນຕໍ່ຝ່າຍບໍລິຫານຂອງສະຖາບັນ.
- ນັກສຶກສາ ທີ່ໄດ້ຮັບການແຕ່ງຕັ້ງ ຈະເຮັດໜ້າທີ່ເປັນນັກບໍລິຫານງານຂອງ ໜ່ວຍຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ເປັນຕົວແທນນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ.
Home |