ກິດຈະກໍາການສ້າງຫຸ່ນຍົນ (Robot) ຂອງນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ເນັ້ນຝຶກນັກສຶກສາພວກເຮົາໃຫ້ເປັນຄົນທີ່ມີຈັນຍາທໍາ, ມີແນວຄວາມຄິດ ສ້າງສັນ, ສາມາດເຮັດວຽກເປັນກຸ່ມໄດ້ດີ, ມີພາວະຜູ້ນຳ, ມີຄວາມສາມາດໃນການຄົ້ນຄ້ວາສູງ, ມີຄວາມ ຮັບຜິດຊອບສູງ ແລະ ຮູ້ຈັກສາມັກຄີໃນກຸ່ມນັກສຶກສາ ໂດຍຜ່ານກິດຈະກຳນອກຫຼັກສູດຕ່າງໆ. ກິດຈະກຳການສ້າງ ຫຸ່ນຍົນ ກໍເປັນກິດຈະກຳນອກຫຼັກສູດໜຶ່ງທີ່ຝຶກນັກ ສຶກສາໃຫ້ໄດ້ຕາມເປົ້າໝາຍທີ່ໄດ້ກ່າວມາຂ້າງເທິງນີ້.
ນັກສຶກສາຊະນະເລີດການແຂ່ງຂັ້ນ Robot ທົ່ວປະເທດປະຈຳປີ 2008 ຮູບພາບກິດຈະກໍາໃນປີ 2007 (Robot Club's Activities in 2007) |