ການຮ່ວມມື
ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແມ່ນສະຖາບັນການສຶກສາແຫ່ງທໍາອິດໃນລາວ ທີ່ໄດ້ຮັບການຮັບຮອງຈາກອົງການສອບ ເສັງທຽບລະດັບພາສາອັງກິດຂອງສະຫະລັດອາເມລິກາ ໃຫ້ຈັດການສອບເສັງທຽບລະດັບພາສາອັງກິດ TOEFL iBT ໃນ ສ ປ ປ ລາວ ໃນເດືອນ 7 ປີ 2006 ແລະ ໄດ້ຈັດ ການສອບເສັງຄັ້ງທຳອິດໃນ ສ ປ ປ ລາວ ໃນເດືອນ 8 ປີ 2006. ວິທະຍາໄລພວກເຮົາຍັງມີຫຼັກສູດການຝຶກອົມຮົມໄລຍະສັ້ນ ກ່ຽວກັບການກະກ່ຽມ ໃຫ້ແກ່ການສອບເສັງວັດລະດັບພາສາອັງກິດແບບ TOEFL iBT ອີກ ດ້ວຍ. ທ່ານທີ່ສົນໃຈສາມາດສະໝັກໄດ້ທີ່: www.ets.org/registerme.html
|