ສັນຍາລັກຂອງ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແມ່ນການປະສົມປະສານກັນລະຫວ່າງສິນລະປະແບບລາຍລາວ, ແບບຕະເວັນອອກ ແລະ ຕະເວັນຕົກ. ສິນລະປະແບບລາຍລາວ ທີ່ຖານຂອງສັນຍາລັກ ໝາຍເຖິງແນວຄວາມຄິດ ແລະ ວັດທະນະທຳລາວທີ່ມີຄວາມ ງົດງາມເຊິ່ງເປັນຮາກຖານຂອງແນວຄວາມຄິດ ແລະ ປັດຊະຍາຂອງເຮົາ. ສິນລະປະແບບລາຍຕະເວັນອອກ ແລະ ຕະເວັນຕົກທີ່ດ້ານຂວາເບື້ອງເທິງ ແລະ ເບື້ອງລຸ່ມ ຂອງສັນຍາລັກ ສະແດງເຖິງແນວຄວາມຄິດ ແລະ ເທັກໂນໂລຢີທີ່ກ້າວໜ້າຂອງຕະເວັນອອກ ແລະ ຕະເວັນຕົກ ເຊິ່ງປະກອບເປັນ ສ່ວນໜຶ່ງຂອງແນວ ຄວາມຄິດຂອງພວກເຮົາ. ສັນຍາລັກທີ່ມີລັກຊະນະເປັນວົງລໍ້ ສະແດງເຖິງພາຫະນະທີ່ນໍາພານັກສຶກສາໄປສູ່ຄວາມຮູ້ ເຊິ່ງຈະສ້າງອານຸພາບໃຫ້ແກ່ນັກສຶກສາ ໃຫ້ສາມາດໄປປະຕິບັດ ພາລະກິດທີ່ຕົນໄຝຝັນໄດ້ຢ່າງສໍາເລັດຜົນ.
|