ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ມີລະບົບການບໍລິຫານ ແລະ ຊີ້ນໍາໂດຍຄະນະກໍາມະການວິທະຍາໄລ ເຊິ່ງມີອໍານາດຮັບຮອງ ນະໂຍບາຍ, ແຜນຍຸດທະສາດ, ແລະ ລະບຽບການຄຸມຄອງພາຍໃນຂອງວິທະຍາໄລ. ນອກຈາກນັ້ນ, ຄະນະດັ່ງກ່າວຍັງມີອຳນາດຮັບຮອງເອົາຫຼັກສູດໃໝ່. ຄະນະກໍາມະການວິທະຍາໄລ ຍັງມີໜ້າທີ່ອະນຸມັດການມອບໃບປະກາດໃຫ້ແກ່ນັກສຶກສາທີ່ຮຽນຈົບຫຼັກສູດ ໂດຍການສະເໜີຂອງຄະນະບໍລິຫານວິທະຍາ ໄລ. ຮູບສະແດງຂ້າງລຸ່ນນີ້ສະແດງໃຫ້ເຫັນເຖິງລະບົບການຈັດຕັ້ງຂອງ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ:
|