ການ​ຮັບ​ນັກ​ສຶກສາ

ເງື່ອນ​ໄຂ ​ແລະ​ ຂັ້ນ​ຕອນ​ການ​ຮັບ​ນັກ​ສຶກສາ
ຂໍ້​ມູນ​ສຳລັບ​ຜູ້​ປົກຄອງ
ປະຕິທິນ​ຮັບ​ນັກ​ສຶກສາ
ບໍລິການ​ຕ່າງໆ​ສຳລັບ​ນັກ​ສຶກສາ

 

ເງື່ອນ​ໄຂ​ ແລະ​ ຂັ້ນ​ຕອນ​ການ​ຮັບ​ນັກ​ສຶກສາ

ເງື່ອນ​ໄຂ​ການ​ຮັບ​ນັກ​ສຶກສາ

ສຳລັບຜູ້ທີ່ມີຈຸດປະສົງເຂົ້າສຶກສາຫຼັກສູດຊັ້ນປະລິນຍາຕີ ແລະ ຫຼັກສູດຊັ້ນສູງ ສາຂາ​ວິຊາ​ຕ່າງໆຕ້ອງມີ ເງື່ອນໄຂດັ່ງຕໍ່ໄປນີ້:

  • ຕ້ອງແມ່ນ ຜູ້ທີ່ສໍາເລັດການສຶກສາລະດັບ ມັດທະຍົມສຶກສາຕອນປາຍ ຫຼື ທຽບເທົ່າ, ອະຊີວະ ສຶກສາຊັ້ນກາງ ຫຼື ທຽບເທົ່າ;
  • ຕ້ອງເປັນຄົນທີ່ມີຄວາມສາມາດທາງດ້ານການປະພຶດ ຫຼື ບໍ່ແມ່ນຄົນທີ່ພິການທາງດ້ານສາຍຕາ, ຫູໜວກ ແລະ ປາກກືກ;
  • ຕ້ອງບໍ່ມີປະຫວັດຈັດການເຄືອນໄຫວ ຫຼື ມີແນວຄິດຕ້ານກັບອໍານາດການປົກຄອງຂອງບ້ານເມືອງ;
  • ຕ້ອງບໍ່ມີພະຍາດຕິດແປດ ຊຶ່ງຈະຕ້ອງມີການຢັ້ງຢືນຈາກແພດ;
  • ຕ້ອງບໍ່ແມ່ນຄົນທີ່ເສບສິ່ງເສບຕິດຕ່າງໆ
  • ຕ້ອງມີຄວາມຮູ້ພື້ນຖານທາງດ້ານພາສາອັງກິດ
  • ການ​ໂອນ​ໜ່ວຍ​ກິດຂອງ​ນັກ​ສຶກສາຈາກ​ສະ​ຖາ​ບັນ​ການ​ສຶກສາ​ອື່ນມາຮຽນ​ທີ່​ວິທະຍາໄລ ສຸດ​ສະກະ ​ເພື່ອ​ການ​ບໍລິຫານ​ ແລະ​ ເທັກ​ໂນ​ໂລ​ຢີ ຈະ​ໄດ້​ຮັບ ​ການ​ພິຈາ​ລະນາ​ເປັນ​ແຕ່​ລະລາຍ​ໄປ ຂຶ້ນ​ກັບ​ຫຼັກສູດ ​ແລະ ຄຸນ​ນະພາ​ບການ​ສອນ​ຂອງ​ສະ​ຖາ​ບັນ​ການ​ສຶກສາ​ທີ່​ນັກ​ສຶກສາ​ກຳລັງ​ຮຽນ​ຢູ່.

ວິທີ​ການ​ສະໝັກ​ເຂົ້າ​ຮຽນ

ຜູ້​ທີ່​ສົນ​ໃຈສະໝັກ​ເຂົ້າ​ຮຽນ​ທີ່ ວິທະຍາໄລ ສຸດ​ສະກະ ​ເພື່ອ​ການ​ບໍລິຫານ​ ແລະ​ ເທັກ​ໂນ​ໂລ​ຢີ ຈະ​ຕ້ອງ​ປະກອບ​ເອກະສານ​ຄຳ​ຮ້ອງສະໝັກ​ເຂົ້າ​ຮຽນ ​ຂອງວິທະຍາໄລ​ໃຫ້​ຄົບຖ້ວນ ​ແລະ ຍື່ນ​ສະ​ເໜີ​ໃຫ້​ແກ່​ໜ່ວຍ​ງານ​ຮັບ​ນັກ​ສຶກສາ​ຂອງ​ວິທະຍາໄລ​ຕາມ​​ເວລາ​ທີ່​ກຳນົດ​ໄວ້. ​ເອກະສານ​ຄໍາ​ຮ້ອງດັ່ງກ່າວ ຈະ​ໄດ້​ຮັບ​ການ​ພິຈາລະນາ​​ໂດຍ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ ​ແລະ ຄະນະ​ອຳນວຍ​ການວິທະຍາໄລ ແລະ ​ແຈ້ງ​ໃຫ້​ຜູ້​ສະໝັກ​ຮັບຊາບກ່ຽວ​ກັບ​ຜົນ​ການ​ພິຈາລະນາ ​​ພ້ອມ​ກັບວັນ​ເວລາຂອງ ການສອບ​ເສັງ​ຄັດ​ເລືອກ​ເຂົ້າ​ຮຽນ ພາຍ​ໃນ 3 ວັນ​ເຂົ້າ​ການ.

​ເອກະສານ​ຄໍາ​ຮ້ອງຂໍ​ເຂົ້າ​ຮຽນ​ມີ​ດັ່ງ​ນີ້:

  • ​ໃບ​ຄໍາຮ້ອງ​ຂໍ​ເຂົ້າ​ຮຽນ​ຂອງ​ສະ​ຖາ​ບັນ (ຕົ້ນ​ສະບັບ)
  • ​ສໍາເນົາ​ໃບຢັ້ງຢືນ​ການ​ສຶກສາ 1 ຊຸດ
  • ສຳ​ເນົາ​ໃບ​ຢັ້ງຢືນຂະ​ແນນ 1 ຊຸດ
  • ສຳ​ເນົາ ບັດປະຊາ​ຊົນ ຫຼື ສໍາມະ​ໂນ​ຄົວ  1 ຊຸດ
  • ຮູບ 3 x 4 (ຖ່າຍ​ພາຍ​ໃນ 6 ​ເດືອນ) ​3 ໃບ
  • ຂໍ້ມູນສຳລັບຜູ້ປົກຄອງ

    ໃນໄລຍະທີ່ຜ່ານມາ ມີພໍ່ແມ່ຜູ້ປົກຄອງ ຂອງນັກສຶກສາຈຳນວນຫຼາຍບໍ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ຫຼັກສູດການຮຽນການສອນໃນຂະແໜງການບໍລິ ຫານ, ເສດຖະສາດ  ແລະ ວິທະຍາສາດຄອມພິວເຕີ້ ເຮັດໃຫ້ເກີດ ມີຄຳຖາມຫຼາຍຢ່າງ ເຊັ່ນ:  ລູກຂອງຕົນຄວນຈະເລືອກຮຽນຫຼັກສູດໃດ ເພື່ອໃຫ້ແທດ ເໝາະກັບ ຈຸດປະສົງຂອງຕົນ?  ລູກຂອງຕົນຈະໄດ້ຮຽນຫຍັງໃນແຕ່ລະຫຼັກສູດ? ເມື່ອລູກຂອງຕົນຮຽນຈົບ ແລ້ວສາມາດປະກອບອາຊີບຫຍັງໄດ້ແນ່?  ສະນັ້ນ,  ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຈຶ່ງເປີດໂອກາດ ໃຫ້ພໍ່ແມ່  ຫຼື  ຜູ້ປົກຄອງຂອງນັກສຶກສາສອບຖາມ  ແລະ ປຶກສາຫາລືກັບພະນັກງານຂອງວິທະຍາໄລ  ກ່ຽວກັບຫຼັກສູດການສອນຕ່າງໆ ແລະ ຜົນປະໂຫຍດຕ່າງໆທີ່ລູກຫຼານຂອງຕົນຈະໄດ້ຮັບຈາກ ວິທະຍາໄລ ພວກເຮົາ. ໃນລະຫວ່າງ ເດືອນສິງຫາເຖິງເດືອນກັນຍາຂອງທຸກໆປີ ວິທະຍາໄລເຮົາຈະຈັດງານ  “ວັນໃຫ້ຂໍ້ມູນກ່ຽວກັບຫຼັກສູດ ”   ເພື່ອສະໜອງຂໍ້ມູນ  ແລະ ອະທິບາຍຫຼັກສູດການຮຽການສອນຂອງ  ວິທະຍາໄລເຮົາຢ່າງລະອຽດໃຫ້ແກ່ຜູ້ປົກຄອງ  ຫຼື  ບຸກຄົນທີ່ສົນໃຈຈະມາສຶກສາທີ່ ວິທະຍາໄລເຮົາ.  ສ່ວນບຸກຄົນໃດທີ່ບໍ່ສາມາດເຂົ້າຮ່ວມງານ ດັ່ງກ່າວໄດ້ ພວກເຮົາຂໍສະເໜີຂໍ້ມູນເບື້ອງຕົ້ນຂ້າງລຸ່ມນີ້ໃຫ້ແກ່ທ່ານ.

    ພາສາທີ່ໃຊ້ໃນການຮຽນການສອນ

    ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ນຳໃຊ້ພາສາລາວ  ແລະ  ພາສາອັງກິດ ເຂົ້າໃນການຮຽນການສອນຂອງ ຫຼັກສູດຕ່າງໆ ​ຂອງ​ວິທະຍາໄລ. ນັກສຶກສາ ຈະໄດ້ຮຽນພາສາອັງກິດຄວບຄູ່ໄປກັບ ວິຊາສະເພາະຕ່າງໆ ທີ່ສອນເປັນພາສາລາວ.  ເພື່ອເປີດໂອກາດໃຫ້ ນັກສຶກສາທຸກ ຄົນ  ສາມາດກ່ຽມພາສາອັງກິດຂອງຕົນ ໃຫ້ຢູ່ໃນລະດັບທີ່ສາມາດອ່ານຂຽນເອກະສານວິຊາການທີ່ເປັນພາສາອັງກິດໄດ້ຢ່າງດີ  ພ້ອມທັງສາມາດຟັງ ແລະ ເວົ້າຈາສົນທະນາດ້ານວິຊາການເປັນພາສາອັງກິດໄດ້. 

    ວິທະຍາໄລເຮົາມີການຄັດເລືອກນັກສຶກສາແນວໃດ?

    ໂດຍທົ່ວໄປແລ້ວ  ວິທະຍາໄລເຮົາຈະຈັດການສອບເສັງ   ເພື່ອວັດລະດັບ ພາສາອັງກິດ  ແລະ ລະດັບ ຄວາມຮູ້ດ້ານເລກ ຂອງຜູ້ສະໝັກທຸກຄົນ ເພື່ອ ຈັດຜູ້ສະໝັກດັ່ງກ່າວ ເຂົ້າຮຽນຢູ່ໃນຫ້ອງທີ່ມີລະດັບເໝາະສົມກັບ​ແຕ່ລະຄົນ.

    ຂັ້ນຕອນການສະໝັກມີຄືແນວໃດ?

    ຜູ້ທີ່ສົນໃຈສາມາດສອບຖາມຂໍ້ມູນເພີ່ມເຕີ່ມທາງໂທລະສັບ  ຫຼື  E-mail  ໄດ້. ຜູ້ທີ່ຈະສະໝັກເຂົ້າຮຽນ ຈະຕ້ອງໄດ້ເຂົ້າມາ ວິທະຍາໄລເຮົາເພື່ອຊື້ແບບ ຟອມສະໝັກເຂົ້າຮຽນ.  ລາຍລະອຽດກ່ຽວກັບຂັ້ນຕອນ ການສະໝັກເຂົ້າຮຽນແມ່ນໃຫ້ອ່ານໃນຫົວຂໍ້ “​ເງື່ອນ​ໄຂ​ແລະ​ຂັ້ນ​ຕອນ​ການ​ຮັບ​ນັກສຶກສາ”.

    ແຕ່ລະຫຼັກສູດມີລາຄາເທົ່າໃດ?

    ວິທະຍາໄລເຮົາດຳເນີນກິດຈະການ ໃນລັກສະນະທີ່ບໍ່ຫວັງຜົນກຳໄລສູງສຸດ. ຄ່າຮຽນຈະບໍ່ແພງເລີຍເມື່ອປຽບທຽບກັບສິ່ງທີ່ເຮົາມອບໃຫ້ນັກສຶກສາ.  ພວກ ເຮົານຳເງິນທຸກກີບທີ່ໄດ້ຈາກຄ່າຮຽນຂອງນັກສຶກສາໄປລົງທຶນໃສ່ການຈັດຊື້ອຸປະກອນປະກອບການສອນ ທີ່ທັນສະໃໝ ມາປະກອບໃສ່ວິທະຍາໄລເຮົາ, ຈັດການຝຶກອົບຮົມ ພະນັກງານຄູອາຈານທີ່ມີຢູ່  ແລະ  ຈ້າງຄູອາຈານໃໝ່ ທີ່ມີຄຸນນະພາບສູງມາສອນນັກສຶກສາ. ໂດຍປົກກະຕິແລ້ວ ນັກສຶກສາ ຈະ​ໄດ້ຈ່າຍເງິນຄ່າຮຽນເປັນພາກຮຽນ ແຕ່ກສາມາດຊຳລະເປັນປີເລີຍກໍໄດ້.

    ມີທຶນການສຶກສາໃຫ້ນັກສຶກສາບໍ່?  

    ໃນແຕ່ລະປີ ວິທະຍາໄລເຮົາຈະມອບທຶນການສຶກສາໃຫ້ຜູ້ທີ່ຮຽນເກັ່ງ ຫຼື ມີຄະແນນສູງສຸດ.  ຖ້າທ່ານສົນ ໃຈກ່ຽວກັບທຶນການສຶກສາຂອງພວກເຮົາ ທ່ານ ສາມາດຕິດຕໍ່ສອບຖາມ ພະນັກງານພວກເຮົາໄດ້ສະເໝີໃນໂມງເຂົ້າການ.

    ວິທະຍາໄລ ສຸດສະກະ ຈະຊ່ວຍນັກສຶກສາທີ່ຮຽນຈົບຫາວຽກບໍ່?

    ໃນແຕ່ລະພາກຮຽນ ທາງວິທະຍາໄລເຮົາ ແລະ ຄູອາຈານທີ່ຮັບຜິດຊອບ ຈະພານັກສຶກສາໄປລົງ ທັດສະນະສຶກສາ ທີ່ຫົວໜ່ວຍທຸລະກິດຕ່າງໆ.  ຄູອາ ຈານທີ່ ວິທະຍາໄລ ເຮົາເຊີນມາສອນລ້ວນແລ້ວແຕ່ເປັນຜູ້ທີ່ມີບົດບາດໃນອົງການລັດ ແລະ ອົງການສາກົນຕ່າງໆ ​ເຊິ່ງຈະ​ສະໜອງ​ໂອກາດ​ໃນ​ການ ​ເຮັດ​ວຽກ​ໃຫ້​ນັກສຶກສາ. ໃນປີສຸດທ້າຍຂອງຫຼັກສູດການຮຽນ ນັກສຶກສາທຸກຄົນ ຈະຕ້ອງໄດ້ໄປ ລົງຝຶກວຽກ ຕົວ​ຈິງກັບອົງການລັດ,  ອົງການສາກົນ  ຫຼື  ຫົວໜ່ວຍທຸລະກິດຕ່າງໆທີ່ ວິທະຍາໄລ ເຮົາຈັດໃຫ້.  ສາຍພົວພັນອັນດີກັບອົງການລັດ ຫົວໜ່ວຍທຸລະກິດ ແລະ ອົງການສາກົນທີ່ ວິທະຍາໄລເຮົາ ສ້າງໄວ້ ເຮັດໃຫ້ເຮົາໝັ້ນໃຈວ່າ ນັກສຶກສາທຸກຄົນ ຈະມີວຽກງານທີ່ດີ ເມື່ອພວກເຂົາຈົບອອກຈາກ ວິທະຍາໄລເຮົາໄປ​ແລ້ວ.

    ນັກສຶກສາຕ້ອງຊື້ເຄື່ອງຄອມພິວເຕີ້ບໍ່?

    ວິທະຍາໄລເຮົາມີເຄື່ອງຄອມພິວເຕີ້ພຽງພໍໃຫ້ແກ່ນັກສຶກສານຳໃຊ້ໃນເວລາຮຽນ.  ແຕ່ເຖິງຢ່າງໃດກໍ່ຕາມ ເພື່ອໃຫ້ນັກສຶກສາມີຄວາມຮູ້ເພີ່ມເຕີມ ແລະ ສາມາດຄົ້ນຄ້ວາເມື່ອເວລາຢູ່ເຮືອນ ພວກເຮົາແນະນຳໃຫ້ ຜູ້ ປົກຄອງນັກສຶກສາຊື້ຄອມພິວເຕີ້ທີ່ຕໍ່ກັບອິນເຕີເນັດ (ສຳລັບຜູ້ທີ່ມີເງື່ອນໄຂ) ໄວ້ໃຫ້ລູກຂອງຕົນໃຊ້. ເນື່ອງຈາກວ່າ ວິທະຍາໄລເຮົາສອນການນຳໃຊ້ ໂປຣກຣາມຄອມພິວເຕີ້ ທີ່ກ່ຽວຂ້ອງກັບວິຊາຕ່າງໆຂອງ ຫຼັກສູດຕ່າງໆ​ ​​ເຊັ່ນ: ຫຼັກສູດບໍລິຫານທຸລະກິດ, ຫຼັກສູດການ​ບັນຊີ, ຫຼັກສູດນິເທດສາດ ​ແລະ ວິທະຍາສາດ​ຄອມ​ພິວ​ເຕີ້. ເຄື່ອງຄອມພິວເຕີ້ດັ່ງກ່າວ ຈະຊ່ວຍໃຫ້ນັກສຶກສາ ຮຽນຮູ້ໄດ້​ໄວ​ຂຶ້ນ.

    ປະຕິທິນຮັບນັກສຶກສາ

    ໂດຍທົ່ວໄປ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຈະເປີດຮັບສະໝັກນັກສຶກສາໃໝ່ 3 ພາກຕໍ່ໜຶ່ງສົກຮຽນຄື: ພາກເຊົ້າ, ພາກທ່ຽງ ແລະ ພາກຄໍ່າ. ສະຖາບັນເຮົາມີ 2 ພາກຮຽນຕໍ່ປີ. ເນື່ອງຈາກວ່າ ວິທະຍາໄລເຮົາ ຈັດການຮຽນການສອນໃນຮູບແບບບໍ່ເຕັມເວລາ. ສະນັ້ນ, ທາງວິທະຍາໄລ ຈຶ່ງຕ້ອງຈັດໃຫ້ມີພາກຮຽນເພີ່ມແກ່ນັກສຶກສາ ເພື່ອຮຽນໃນຊ່ວງໄລຍະເວລາພັກຮ້ອນ ພາຍຫຼັງ ສິ້ນສຸດການຮຽນໃນສົກຮຽນທີ 2.

    ປະຕິທິນຮັບນັກສຶກສາໃໝ່ມີດັ່ງລຸ່ມນີ້:

    • ເປີດຮັບສະໝັກເອົານັກສຶກສາໃໝ່:     ແຕ່ເດືອນກໍລະກົດ ຈົນເຖິງຕອນທ້າຍຂອງເດືອນ ກັນຍາ.
    • ຈັດ “ວັນໃຫ້ຂໍ້ມູນແກ່ນັກສຶກສາ”:      ແຕ່ເດືອນສິງຫາ ຈົນເຖິງຕອນທ້າຍຂອງ ເດືອນກັນຍາ.
    • ສອບທຽບວັດລະດັບພາສາອັງກິດ ແລະ ເລກທົ່ວໄປຂອງຜູ້ສະໝັກໃນຕອນທ້າຍຂອງ ເດືອນກັນຍາ.
    • ປະກາດຜົນສອບທຽບວັດລະດັບ ພາສາອັງກິດ ແລະ ເລກທົ່ວໄປຂອງຜູ້ສະໝັກໃນ ອາທິດ​ທຳ​ອິດ​ຂອງ​ເດືອນຕຸລາ.
    • ນັກ​ສຶກສາ​ເຂົ້າ​ຮຽນ​ໃນ​ອາທິດ​ທີ 2 ຂອງ​ເດືອນຕຸລາ.

    ສ່ວນລາຍລະອຽດກ່ຽວກັບການຮັບນັກສຶກສາໃໝ່ນີ້ ທ່ານສາມາດສອບຖາມ ພະນັກງານເຮົາໄດ້ ໂດຍຕິດຕໍ່ຜ່ານທາງ E-mail ຫຼື ໂທລະສັບໃນໂມງເຂົ້າ ການໄດ້.

    ບໍລິການ​ຕ່າງໆ​ສຳລັບ​ນັກ​ສຶກສາ

    ບໍລິການໃຫ້ຄຳປຶກສາແກ່ນັກສຶກສາ
    ພະນັກງານຄູອາຈານຂອງເຮົາເຂົ້າໃຈສະເໝີວ່າການຮໍ່າຮຽນວິຊາສະເພາະຕ່າງໆໃນລະດັບສູງ ອາດເຮັດໃຫ້ນັກສຶກສາ ມີຄວາມກົດດັນໄດ້. ສະນັ້ນ, ສະຖາ ບັນເຮົາຈຶ່ງຈັດໃຫ້ມີບໍລິການແນະນຳກ່ຽວກັບ ວິທີການຮຽນ, ວິທີການກະກຽມຕົນເອງ ເພື່ອການສອບເສັງຕ່າງໆ,  ການເຮັດບົດຄົ້ນຄ້ວາ  ແລະ ວິທີຜ່ອນ ຄາຍຄວາມຄຽດ. ນອກນັ້ນ ເຮົາຍັງໃຫ້ບໍລິການປຶກສາແກ່ນັກສຶກສາທີ່ຮຽນຈົບຫຼັກສູດ ກ່ຽວກັບທຶນ ການສຶກສາໄປຮຽນຕໍ່ຢູ່ຕ່າງປະເທດ.

    ຫ້ອງຄອມພິວເຕີ້ທີ່ສາມາດໃຊ້ Internet
    ນັກສຶກສາຂອງວິທະຍາໄລເຮົາທຸກຄົນ ມີສິດມາໃຊ້ເຄື່ອງຄອມພິວເຕີ້ຂອງວິທະຍາໄລໄດ້ຕາມເວລາທີ່ພະນັກງານເຮົາກຳນົດອອກໃນແຕ່ລະໄລຍະ.  ໃນກໍ ລະນີທີ່ນັກສຶກສາມີປັນຫາ ກ່ຽວກັບການນຳໃຊ້ໂປຣກຣາມຕ່າງໆ  ທີ່ຕິດຕັ້ງໃນເຄື່ອງຄອມພິວເຕີ   ນັກສຶກສາ ສາມາດຂໍໃຫ້ພະນັກງານຮັບຜິດຊອບຫ້ອງ ຄອມພິວເຕີ້ມາສອນວິທີການ​ນຳໃຊ້ໄດ້.  ເມື່ອນັກສຶກສາ ເຫັນເຄື່ອງຄອມພິວເຕີ້ພວກເຮົາມີປັນຫາເປ່ເພ ນັກສຶກສາອາດແຈ້ງໃຫ້ພະນັກງານຮັບຜິດຊອບ ຫ້ອງຄອມພິວເຕີ້ມາສອບແປງໄດ້ທັນທີ.

    ຫ້ອງສະໝຸດ
    ນັກສຶກສາຂອງວິທະຍາໄລເຮົາມີສິດທີ່ຈະນຳໃຊ້ ຫ້ອງສະໝຸດຂອງສະຖາບັນເຮົາໄດ້.  ປັດຈຸບັນ ທາງວິທະຍາໄລ ກຳລັງປັບປຸງ ຫ້ອງສະໝຸດໃໝ່ ແລະ ຈັດຊື້ປຶ້ມເຂົ້າມາໃສ່ຫ້ອງສະໝຸດໃຫ້ຄົບຖ້ວນກ່ວາເກົ່າ ພາຍຫຼັງການປັບປຸງໃໝ່ແລ້ວ  ພະນັກງານກ່ຽວຂ້ອງຈະແຈ້ງກ່ຽວກັບການເປີດໃຊ້ຫໍສະໝຸດໃຫ້ ແກ່ນັກສຶກສາຊາບຢ່າງທົ່ວເຖິງກັນ.

    ບໍລິການຂາຍປຶ້ມແບບຮຽນ
    ວິທະຍາໄລ ເຮົາໄດ້ຈັດພິມເອກະສານຕ່າງໆ ທີ່ຈຳເປັນຕ້ອງໃຊ້ ໃນການຮຽນການສອນ ເພື່ອຂາຍໃນ ລາຄາຖືກໃຫ້ແກ່ນັກສຶກສາ. ນອກນັ້ນ ທາງວິ ທະຍາໄລ ຍັງມີປຶ້ມກ່ຽວກັບວິຊາຕ່າງໆ ທີ່ເປັນພາສາຕ່າງປະ ເທດໄວ້ໃຫ້ນັກສຶກສາໄດ້ຊື້ໄປຄົ້ນຄ້ວາດ້ວຍຕົນເອງ.

    ຮ້ານກິນດື່ມ
    ວິທະຍາໄລ ເຮົາມີຮ້ານກິນ​ດື່ມ  ເພື່ອໃຫ້ບໍລິການແກ່ພະນັກງານ ຄູອາຈານ ແລະ ນັກສຶກສາໃນເວລາພັກຜ່ອນ.

    ໂທລະພາບ​ມີ​ສາຍ
    ວິທະຍາໄລເຮົາມີໂທລະພາບມີສາຍ  (Cable TV)   ທີ່ສາມາດເບິ່ງລາຍການພາຍໃນ ແລະ ຕ່າງປະເທດ ຊຶ່ງຕິດຕັ້ງໃນຫ້ອງໂຖງ  ເພື່ອໃຫ້ຄວາມ ບັນເທີງແກ່ພະນັກງານ ຄູອາຈານ  ແລະ ນັກສຶກສາໃນ ເວລາພັກຜ່ອນ.

     

     



    Home

  •