
ລະບຽບການທົ່ວໄປ
ບາງລະບຽບການທົ່ວໄປທີ່ນັກສຶກສາຄວນຮູ້ມີດັ່ງລຸ່ມນີ້:
ໜວດທີ 1
ວ່າດ້ວຍການລົງທະບຽນຮຽນ ແລະ ການປະເມີນຜົນການຮຽນ
ມາດຕາ 1: ນັກສຶກສາທີ່ເຂົ້າຮຽນຢູ່ໃນຫຼັກສູດ ຊັ້ນປະລິນຍາຕີ ຫຼື ຊັ້ນສູງ ຕ້ອງໄດ້ຮຽນໄປຕາມຈໍານວນລາຍວິຊາ ແລະ ຈໍານວນ ໜ່ວຍກິດທີ່ທາງ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ໄດ້ກຳນົດໄວ້ໃຫ້ ນັກສຶກສາໃນແຕ່ລະສົກຮຽນ ແລະ ແຕ່ລະພາກຮຽນ ຈົນກ່ວາຈະຮຽນຈົບ ຫຼັກສູດ.
ມາດຕາ 2: ນັກສຶກສາທຸກຄົນຕ້ອງໃຊ້ເວລາຮຽນບໍ່ຕໍ່າກ່ວາ 70% ຂອງເວລາຮຽນທັງໝົດໃນແຕ່ລະ ລາຍວິຊາຈຶ່ງຈະມີສິດເຂົ້າສອບ ເສັງຜ່ານວິຊານັ້ນ, ຖ້າວ່ານັກສຶກສາໃຊ້ເວລາຮຽນວິຊາດັ່ງກ່າວບໍ່ເຖິງ ກໍານົດຈໍານວນເວລາທີ່ທາງ ວິທະຍາໄລ ໄດ້ກໍານົດໄວ້ຂ້າງເທິງນີ້, ນັກສຶກສາຈະບໍ່ມີສິດເຂົ້າສອບເສັງວິຊາ ດັ່ງກ່າວໄດ້.
ມາດຕາ 3: ການປະເມີນຜົນການຮຽນມີດັ່ງລຸ່ມນີ້:
ລະດັບ |
ຄວາມໝາຍ |
ຄະແນນ
(ສ່ວນຮ້ອຍ) |
ຄ່າລະດັບ |
ສັນຍາລັກ
ພາສາລາວ |
ສັນຍາລັກ
ພາສາອັງກິດ |
ພາສາລາວ |
ພາາອັງກິດ |
ກ |
A |
ດີເລີດ |
Excellent |
90 – 100 |
4 |
ຂ+ |
B+ |
ດີຫຼາຍ |
Very good |
80 – 89 |
3,5 |
ຂ |
B |
ດີ |
Good |
70 – 79 |
3 |
ຄ+ |
C+ |
ດີພໍໃຊ້ |
Fairly good |
60 – 69 |
2,5 |
ຄ |
C |
ພໍໃຊ້ໄດ້ |
Fair |
50 – 59 |
2 |
ງ+ |
D+ |
ອ່ອນ |
Poor |
40 – 49 |
1,5 |
ງ |
D |
ອ່ອນຫຼາຍ |
Very poor |
30 – 39 |
1 |
ຕ |
F |
ຕົກ |
Fail |
0 – 29 |
0 |
ໜວດທີ 2
ວ່າດ້ວຍການຄິດໄລ່ໜ່ວຍກິດ ຄະແນນສະເລ່ຍສະສົມ ແລະ ການກໍານົດປີຮຽນຂອງນັກສຶກສາ
ມາດຕາ 4: ການຄິດໄລ່ໜ່ວຍກິດ ແລະ ຄະແນນສະເລ່ຍສະສົມ
- ໜ່ວຍກິດສະສົມແມ່ນຈໍານວນໜ່ວຍກິດທີ່ນັກສຶກສາ ລົງທະບຽນຮຽນ ນັບແຕ່ມື້ທໍາອິດຈົນເຖິງ ມື້ສໍາເລັດການສຶກສາ ເຊິ່ງເອົາຄ່າ ລະດັບຂອງແຕ່ລະ ວິຊາທີ່ມີຄ່າຕັ້ງແຕ່ D (1 ຄະແນນ) ຂຶ້ນໄປ.
- ຄະແນນສະເລ່ຍສະສົມ (GPA) ແມ່ນນໍາເອົາຜົນບວກຂອງຄ່າລະດັບໜ່ວຍກິດຂອງແຕ່ລະວິ ຊາທີ່ນັກສຶກສາລົງທະບຽນຮຽນແລ້ວ ຫານໃຫ້ຜົນ ບວກຂອງໜ່ວຍກິດດັ່ງກ່າວ.
- ຄ່າລະດັບແມ່ນໄດ້ມາຈາກການປ່ຽນຄະແນນການສອບເສັງ ຫຼື ການກວດກາຂອງແຕ່ລະວິຊາ ຮຽນຂອງນັກສຶກສາມາ ເປັນຄ່າລະດັບໂດຍອີງຕາມ ຕາຕະລາງທີ່ຢູ່ (ມາດຕາ3).
ມາດຕາ 5: ວິທະຍາໄລພວກເຮົາ ກໍານົດປີຮຽນຂອງນັກສຶກສາ ໂດຍອີງໃສ່ໜ່ວຍກິດ ແລະ ຄະແນນສະເລ່ຍ ສະສົມດັ່ງລຸ່ມນີ້:
ສໍາລັບຫຼັກສູດຊັ້ນປະລິນຍາຕີ
1. ນັກສຶກສາປີທີ 1
-
ຜູ້ທີ່ມີຈໍານວນໜ່ວຍກິດສະສົມຕໍ່າກ່ວາ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ແລະ ມີຄະແນນ ສະເລ່ຍສະສົມຕໍ່າກ່ວາ 1,60 ໃຫ້ທຽບເທົ່າກັບ ປີທີ 1.
-
ຜູ້ທີ່ມີຈໍານວນໜ່ວຍກິດແຕ່ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ແລະ ມີຄະແນນສະເລ່ຍ ສະສົມແຕ່ 1,60 ຂຶ້ນໄປ ໃຫ້ທຽບເທົ່າກັບ ປີທີ 2.
2. ນັກສຶກສາປີທີ 2
-
ຜູ້ທີ່ມີຈໍານວນໜ່ວຍກິດສະສົມຕໍ່າກ່ວາ 90% ຂອງຈໍານວນໜ່ວຍກິດໃນປີທີ່ 1 ຫາປີທີ 2 ແລະ ມີຄະແນນສະເລ່ຍ ຕໍ່າ ກ່ວາ 1,70 ໃຫ້ທຽບ ເທົ່າກັບປີທີ 2.
-
ຜູ້ທີ່ມີຈໍານວນໜ່ວຍກິດສະສົມແຕ່ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ຫາປີທີ 2 ແລະ ມີຄະແນນສະເລ່ຍສະສົມ ແຕ່ 1,70 ຂຶ້ນໄປໃຫ້ ທຽບເທົ່າກັບປີທີ 3.
3. ນັກສຶກສາປີທີ 3
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມຕໍ່າກ່ວາ 94% ຂອງຈໍານວນໜ່ວຍກິດໃນປີທີ່ 1 ຫາປີທີ 3 ແລະ ມີຄະແນນສະເລ່ຍສະ ສົມຕໍ່າກ່ວາ 1,80 ຂຶ້ນໄປ ໃຫ້ທຽບເທົ່າກັບປີທີ 3
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມແຕ່ 94% ຂອງຈໍານວນໜ່ວຍກິດໃນປີທີ 1 ຫາປີທີ 3 ແລະ ມີຄະແນນສະເລ່ຍສະສົມ ແຕ່ 1,80 ຂຶ້ນໄປ ໃຫ້ທຽບ ເທົ່າກັບປີທີ 4.
4. ນັກສຶກສາປີທີ 4
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມຕໍ່າກ່ວາ 96% ຂອງຈໍານວນໜ່ວຍກິດໃນປີທີ່ 1 ຫາປີທີ 4 ແລະ ມີຄະແນນສະເລ່ຍສະ ສົມ ຕໍ່າກ່ວາ 1,90 ຂຶ້ນໄປ ໃຫ້ທຽບເທົ່າກັບປີທີ 4.
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມແຕ່ 96% ຂອງຈໍານວນໜ່ວຍກິດໃນປີທີ 1 ຫາປີທີ 4 ແລະ ມີຄະແນນສະເລ່ຍສະສົມ ແຕ່ 1,90 ຂຶ້ນໄປ ໃຫ້ ທຽບເທົ່າກັບປີທີ 5.
5. ນັກສຶກສາປີທີ 5
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມຕໍ່າກ່ວາ 100% ຂອງຈໍານວນໜ່ວຍກິດໃນປີທີ່ 1 ຫາປີທີ 5 ແລະ ມີຄະແນນສະເລ່ຍສະສົມຕໍ່າກ່ວາ 2,00 ຂຶ້ນໄປ ໃຫ້ທຽບເທົ່າກັບປີທີ 5.
- ຜູ້ສໍາເລັດການສຶກສາຊັ້ນປະລິນຍາຕີຕ້ອງມີຈໍານວນໜ່ວຍກິດສະສົມຕັ້ງແຕ່ 100% ຂອງຈໍາ ນວນໜ່ວຍກິດໃນປີທີ 1 ຫາປີທີ 5 ແລະ ມີຄະແນນ ສະເລ່ຍສະສົມແຕ່ 2,0 ຂຶ້ນໄປພ້ອມທັງ ຕ້ອງຜ່ານການປ້ອງກັນບົດນິພົນ.
- ນັກສຶກສາທີ່ມີການຮຽນໃນລະດັບ D ຂຶ້ນໄປຖືວ່າເສັງຜ່ານວິຊານັ້ນ.
- ການປະເມີນຜົນການຮຽນປະຈໍາພາກຮຽນ ໃຫ້ຖືເອົາຕາມຄະແນນສະເລ່ຍປະຈໍາພາກຮຽນ ແລະ ຄະແນນສະເລ່ຍສະສົມເປັນ ຫຼັກ.
- ການນັບໜ່ວຍກິດຂອງ ນັກສຶກສາຄົບຕາມຫຼັກສູດ ໂດຍຖືເອົາຕາມຜົນລວມຂອງ ຈໍານວນ ໜ່ວຍກິດ ຂອງລາຍວິຊາທີ່ ສອບເສັງເທົ່ານັ້ນ (D= 1).
ສໍາລັບຫຼັກສູດຊັ້ນສູງ
1. ນັກສຶກສາປີທີ 1
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມຕໍ່າກ່ວາ 90% ຂອງຈໍານວນໜ່ວຍກິດໃນປີທີ່ 1 ແລະ ມີຄະແນນ ສະເລ່ຍສະສົມຕໍ່າກ່ວາ 1,75 ຂຶ້ນໄປ ໃຫ້ທຽບ ເທົ່າກັບປີທີ 1.
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມແຕ່ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ແລະ ມີຄະແນນສະ ເລ່ຍສະສົມແຕ່ 1,75 ຂຶ້ນໄປ ໃຫ້ທຽບເທົ່າກັບ ປີທີ 2.
2. ນັກສຶກສາປີທີ 2
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມຕໍ່າກ່ວາ 90% ຂອງຈໍານວນໜ່ວຍກິດໃນປີທີ່ 1 ບວກປີທີ 2 ແລະ ມີຄະແນນສະເລ່ຍສະສົມແຕ່ປີ ທີ 1 ຫາປີທີ 2 ຕໍ່າກ່ວາ 1,90 ຂຶ້ນໄປ ໃຫ້ທຽບເທົ່າກັບ ປີທີ 2.
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມແຕ່ 90% ຂອງຈໍານວນ ໜ່ວຍກິດໃນປີທີ 1 ບວກປີທີ 2 ແລະ ມີຄະແນນສະເລ່ຍສະສົມແຕ່ ປີທີ 1 ຫາປີທີ 2 ແຕ່ 1,90 ຂຶ້ນໄປ ໃຫ້ທຽບເທົ່າກັບປີ ທີ 3.
3. ນັກສຶກສາປີທີ 3
- ຜູ້ທີ່ມີຈໍານວນໜ່ວຍກິດສະສົມຕໍ່າກ່ວາ ຈໍານວນໜ່ວຍກິດ ທີ່ໄດ້ກໍານົດໄວ້ໃນຫຼັກສູດ ແລະ ມີຄະແນນສະເລ່ຍແຕ່ປີທີ 1 ຫາປີທີ 3 ແລະ ຕໍ່າກ່ວາ 2,00 ຂຶ້ນໄປໃຫ້ທຽບເທົ່າກັບປີທີ 3.
- ຜູ້ສໍາເລັດການສຶກສາ ໃນລະດັບອະຊີວະ ສຶກສາຊັ້ນສູງ ຕ້ອງມີຈໍານວນໜ່ວຍກິດສະສົມ ເທົ່າກັບ ຈໍານວນໜ່ວຍກິດທີ່ໄດ້ກໍາ ນົດໄວ້ໃນຫຼັກສູດ ແລະ ມີຄະແນນສະເລ່ຍສະສົມ ແຕ່ປີທີ 1 ຫາປີທີ 3 ແຕ່ 2,00 ແລະ ມີຄຸນສົມບັດດີ.
ໝວດທີ 3
ວ່າດ້ວຍການລົງທະບຽນຮຽນຊ້ຳ, ການທຽບວິຊາຮຽນ, ການໂອນໜ່ວຍກິດ ແລະ ການໃຫ້ໃບປະລິນຍາ
ມາດຕາ 6: ການລົງທະບຽນຮຽນຊໍ້າ
- ນັກສຶກສາທີ່ເສັງຕົກ (F=0) ອາດຈະຍ້ອນເສັງບໍ່ໄດ້ ຫຼື ເຮັດຜິດລະບຽບການສອບເສັງໃນວິຊາ ໃດໜຶ່ງຈະຕ້ອງລົງທະບຽນຮຽນຊໍ້າໃນວິຊານັ້ນໆ ອີກຈົນກ່ວາຈະເສັງຜ່ານ.
- ນັກສຶກສາທີ່ເສັງຕົກ (F=0) ອາດຈະຍ້ອນເສັງບໍ່ໄດ້ ຫຼື ເຮັດຜິດລະບຽບການສອບເສັງອາດ ຈະລົງທະ ບຽນຮຽນຊໍ້າໃນວິຊາ ນັ້ນອີກ ຫຼື ລົງທະ ບຽນຮຽນເລືອກວິຊາອື່ນແທນກໍ່ໄດ້.
- ນັກສຶກສາ ອາດສາມາດ ລົງທະບຽນ ຮຽນຄືນໃໝ່ ແທນການລົງທະບຽນຮຽນຊໍ້າ ໃນວິຊາທີ່ເສັງ ບໍ່ຜ່ານນັ້ນກໍ່ໄດ້ ໃນກໍລະນີ ທີ່ ທາງວິທະຍາໄລ ຈັດໃຫ້ມີການເສັງຄືນໃໝ່ ໃນວິຊານັ້ນແຕ່ຜູ້ທີ່ ຈະມີສິດເສັງຄືນໃໝ່ ໄດ້ຈະຕ້ອງມີຄະແນນສະເລ່ຍ ສະສົມຂຶ້ນຫ້ອງຖືກຕ້ອງ, ມາຮຽນບໍ່ຫຼຸດ ຈໍານວນ ຊົ່ວໂມງຮຽນທີ່ທາງວິທະຍາໄລ ກໍານົດໄວ້ ແລະ ບໍ່ເຮັດຜິດກົດລະບຽບຂອງທາງ ວິທະຍາໄລຢ່າງຮ້າຍແຮງ.
ມາດຕາ 7: ການທຽບວິຊາຮຽນ ແລະ ການໂອນໜ່ວຍກິດພາຍໃນ ວິທະຍາໄລ, ການຂໍທຽບວິຊາຮຽນ ແລະໂອນໜ່ວຍກິດພາຍໃນ ວິທະຍາໄລ ໃຫ້ປະຕິ ບັດໄດ້ໃນກໍລະນີດັ່ງລຸ່ມນີ້:
- ນັກສຶກສາທີ່ໄດ້ຮັບການອະນຸມັດຈາກອໍານວຍການ ໃຫ້ຍ້າຍພາກວິຊາຮຽນໄດ້
- ຜູ້ທີ່ພົ້ນສະພາບການເປັນນັກສຶກສາຂອງ ວິທະຍາໄລ ແລະ ໄດ້ຮັບການອະນຸມັດ ໃຫ້ຄືນ ສະພາບເປັນນັກສຶກສາຂອງ ສະຖາບັນໃໝ່.
- ນັກສຶກສາ ທີ່ຈົບ ຫຼັກສູດ ປະລິນຍາຕີ ຂອງ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີແລ້ວ ແລະ ມີຈຸດປະ ສົງຢາກສຶກສາຕໍ່ ໃນພາກວິຊາອື່ນ. ວິຊາທີ່ຂໍທຽບ ແລະ ໂອນໜ່ວຍກິດໄດ້ໃນວິທະຍາໄລ ຕ້ອງມີເນື້ອໃນຄ້າຍຄືກັນ ຫຼື ສາມາດ ທຽບເທົ່າກັນໄດ້.
- ວິຊາທີ່ຂໍທຽບ ແລະ ໂອນໜ່ວຍກິດໄດ້ພາຍໃນໂຮງຮຽນຕ້ອງເປັນວິຊາທີ່ສອບເສັງໄດ້ຕາມ ເກນປະເມີນຜົນທີ່ທາງ ວິທະຍາໄລ ກໍານົດໄວ້.
ມາດຕາ 8 : ການຮັບ ຫຼື ໂອນໜ່ວຍກິດຈາກສະຖາບັນການສຶກສາແຫ່ງອື່ນມີດັ່ງນີ້:
- ນັກສຶກສາທີ່ສະເໜີຂໍໂອນໜ່ວຍກິດຈາກສະຖາບັນການສຶກສາແຫ່ງອື່ນມາຫາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ:
- ຕ້ອງມີຄຸນນະສົມບັດດີ ແລະ ປະພຶດໂຕດີ
- ຕ້ອງແມ່ນນັກສຶກສາ ຂອງສະຖາບັນການສຶກສາ ທີ່ຮັບຮອງໂດຍກະຊວງສຶກສາທິ ການແຫ່ງ ສ ປ ປ ລາວ
- ບໍ່ໄດ້ຖືກໄລ່ອອກຈາກສະຖາບັນການສຶກສາເກົ່າທີ່ຕົນເຄີຍຮຽນ ຍ້ອນລະເມີດລະບຽບການຂອງສະຖາບັນການສຶກສາດັ່ງກ່າວ ຢ່າງຮ້າຍແຮງ
- ບໍ່ໄດ້ຖືກໄລ່ອອກຈາກສະຖາບັນການສຶກສາເກົ່າທີ່ຕົນເຄີຍຮຽນ ຍ້ອນມີຜົນການຮຽນທີ່ບໍ່ໄດ້ຕາມມາດຕະຖານນຂອງສະຖາບັນການສຶກສາດັ່ງກ່າວ
- ວິຊາຮຽນ
- ວິຊາທີ່ຂໍໂອນ ຈະຕ້ອງຢູ່ໃນລາຍການວິຊາຮຽນຂອງຫຼັກສູດທີ່ໄດ້ຮັບການຮັບຮອງຈາກກະຊວງສຶກສາທິການແຫ່ງ ສ ປ ປ ລາວ
- ເນື້ອໃນຂອງວິຊາຮຽນທີ່ຂໍໂອນມາ ຈະຕ້ອງກວມເອົາ ¾ ຂອງວິຊາດຽວກັນຂອງ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ
- ຜູ້ກ່ຽວໄດ້ຮຽນວິຊາທີ່ຂໍໂອນໃນສະຖາບັນການສຶກສາເກົ່າບໍ່ເກີນ 2 ປີ
- ວິຊາຮຽນທີ່ຂໍໂອນໜ່ວຍກິດ ແມ່ນຢູ່ໃນກຸ່ມຂອງ ວິຊາຄວາມຮູ້ທົ່ວໄປ ແລະ ກຸ່ມວິຊາເລືອກເທົ່ານັ້ນ ປະກອບກັບມີຄ່າລະ ດັບຂອງວິຊາທີ່ ຂໍໂອນໜ່ວຍກິດເທົ່າກັບ 2 ຫຼື C
- ຈຳນວນໜ່ວຍກິດທີ່ຂໍໂອນຈະຕ້ອງບໍ່ໃຫ້ກ່າຍ 25% ຂອງຈຳນວນໜ່ວຍກິດທັງໝົດຂອງຫຼັກ ສູດທີ່ຮຽນຢູ່ໃນສະຖາບັນການສຶກສາເກົ່າຂອງຜູ້ກ່ຽວ
- ນັກສຶກສາທີ່ຂໍໂອນໜ່ວຍກິດຈະຕ້ອງມອບເອກະສານຕົ້ນສະບັບດັ່ງລຸ່ມນີ້ໃຫ້ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຢ່າງ ຄົບຖ້ວນ:
- ໃບຢັ້ງຢືນຄະແນນຂອງວິຊາທີ່ຂໍໂອນ
- ລາຍລະອຽດກ່ຽວກັບວິຊາທີ່ຂໍໂອນ
- ນັກສຶກສາທີ່ມີເງື່ອນໄຂຄົບຈະໄດ້ຮັບການພິຈາລະນາເປັນແຕ່ລະກໍລະນີໄປ.
ມາດຕາ 9 : ການໃຫ້ໃບປະລິນຍາ
ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຈະມອບໃບປະລິນຍາໃຫ້ນັກສຶກສາໄດ້ກໍ່ຕໍ່ເມື່ອ:
- ນັກສຶກສາ ໄດ້ຮຽນຈົບຫຼັກສູດທີ່ທາງວິທະຍາໄລ ກໍານົດໄວ້ ພ້ອມມີໜ່ວຍກິດ ແລະ ຄະແນນສະສົມໄດ້ຕາມຄາດໝາຍທີ່ ລະບຸໄວ້ໃນຫຼັກສູດ.
- ນັກສຶກສາ ທີ່ມີຄະແນນສະເລ່ຍສະສົມບໍ່ຕໍ່າກ່ວາ 2,0 ເທົ່ານັ້ນຈຶ່ງຈະໄດ້ຮັບ ການສະເໜີຊື່ ເພື່ອອະນຸມັດປະລິນຍາ. ສ່ວນຜູ້ທີ່ມີຄະ ແນນແຕ່ລະ ລາຍວິຊາຕໍ່າກ່ວາ F ແມ່ນຕ້ອງໄດ້ລົງທະ ບຽນຮຽນຄືນ.
- ມີການປະພຶດ ຮຽບຮ້ອຍດີ, ມີວັດທະນະທໍາ ແລະ ຄຸນນະທໍາ, ປະຕິບັດຕາມ ລະບຽບວິໄນທີ່ ທາງວິທະຍາໄລ ກໍານົດອອກຕະຫຼອດໄລຍະ ເວລາທີ່ສຶກສາຢູ່ໃນວິທະຍາໄລ.
- ນັກສຶກສາ ທີ່ຂາດຄຸນນະສົມບັດ, ຜູ້ອໍານວຍການ ວິທະຍາໄລ ຈະບໍ່ສະເໜີຊື່ຜູ້ກ່ຽວຂໍອະນຸມັດ ປະລິນຍາ ຫຼື ອະນຸປະລິນຍາ ເດັດຂາດ ຫຼື ອາດຈະໂຈະ ການສະເໜີ ຊື່ໄວ້ໄລຍະໜຶ່ງ ເພື່ອລໍເບິ່ງຜົນການປະພຶດຕົນຂອງນັກສຶກສາທີ່ດີຂຶ້ນການຈະສະເໜີຊື່ ຈະກະທໍາໄດ້ ໂດຍບໍ່ເກີນ 2 ປີການ ສຶກສາແຕ່ຖ້າຜູ້ກ່ຽວຍັງ ບໍ່ຍອມປັບຕົວທາງສະຖາບັນ ກໍ່ຈະສືບຕໍ່ໂຈະການສະເໜີ ຊື່ຈົນກ່ວາ ຜູ້ກ່ຽວຈະປະພືດຕົວດີ ຂຶ້ນ.
ມາດຕາ 10 : ການໃຫ້ປະລິນຍາກຽດນິຍົມ ຫຼື ໃບປະກາດແດງ
ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຈະພິຈາລະນາ ໃຫ້ປະລິນຍາກຽດນິຍົມ ແກ່ນັກສຶກສາຜູ້ທີ່ມີຄຸນນະສົມບັດ ດັ່ງຕໍ່ໄປນີ້:
- ເປັນນັກສຶກສາທີ່ຮຽນຈົບຫຼັກສູດຂອງ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະເທັກ ໂນໂລຢີ.
- ບໍ່ໄດ້ໂອນໜ່ວຍກິດຈາກສະຖາບັນການສຶກສາອື່ນ.
- ມີໜ່ວຍກິດຄົບຕາມຫຼັກສູດພາຍໃນ 5 ປີ (ສໍາລັບຫຼັກສູດປະລິນຍາຕີ) ຫຼື 3 ປີ (ສໍາລັບຫຼັກສູດ ຊັ້ນສູງ) ຂອງສົກສຶກສາ ຫຼື 10 ພາກຮຽນ (ສໍາ ລັບຫຼັກສູດປະລິນຍາຕີ) ແລະ 6 ພາກຮຽນ (ສໍາລັບຫຼັກ ສູດຊັ້ນສູງ)ຂອງສົກສຶກສາປົກກະຕິ ແລະ ບໍ່ ເຄີຍເສັງຕົກ ໃນວິຊາໃດເລີຍ
- ນັກສຶກສາຜູ້ ທີ່ມີຄະແນນ ສະເລ່ຍສະສົມສໍາລັບທຸກວິຊາຕັ້ງແຕ່ 3,50 ຂຶ້ນໄປຈະໄດ້ຮັບໃບປະ ລິນຍາກຽດນິຍົມ.
Home |