ຄະນະຕ່າງໆ

ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີຈັດການສອນຫຼັກສູດການຮຽນຕ່າງ ໆທີ່ເນັ້ນໃສ່ການຍົກລະດັບຄວາມຮູ້ຂອງນັກສຶກສາ ໂດຍຜ່ານການຮຽນ ແລະເຮັດບົດຝຶກຫັດແບບ ຕ່າງໆເພື່ອຝຶກໃຫ້ນັກສຶກສາມີທັກສະ ແລະ ຄວາມສາມາດໃນການແກ້ໄຂບັນຫາ.

ວິທະຍາໄລພວກເຮົາ ບໍ່ພຽງແຕ່ຝຶກນັກສຶກສາໃຫ້ມີຄວາມຮູ້ດ້ານວິຊາການເທົ່ານັ້ນ, ແຕ່ຍັງຝຶກໃຫ້ ນັກສຶກສາມີທັກສະດ້ານການວິເຄາະບັນຫາ ເພື່ອໃຫ້ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ ພ້ອມກັບ ເສີມສ້າງໃຫ້ນັກສຶກສາມີແນວຄວາມຄິດຢາກຮຽນຮູ້ເພື່ອການຮຽນຮູ້ທີ່ບໍ່ສິ້ນສຸດ.

ຄວາມຮູ້ແມ່ນສິ່ງທີ່ບໍ່ຫຍຸດນິ້ງ, ເມື່ອເວລາທີ່ຄວາມຮູ້ມີການຂະຫຍາຍຕົວ ການຮຽນຮູ້ແບບຕໍ່ເນື່ອງ ຫຼື ແບບບໍ່ສິ້ນສຸດຈຶ່ງມີຄວາມຈຳເປັນ ເພື່ອຮັກສາຄວາມ ໄດ້ປຽບທາງດ້ານການແຂ່ງຂັນ. ຫຼັກສູດການຮຽນຕ່າງໆຂອງພວກເຮົາໄດ້ຮັບການອອກແບບມາ ເພື່ອຝຶກນັກສຶກສາໃຫ້ມີຄວາມຮູ້ ແລະ ທັກສະທີ່ຈຳເປັນ ເລົ່ານັ້ນ ເພື່ອໃຫ້ນັກສຶກສາຂອງວິທະຍາໄລມີຄວາມໄດ້ບຽບ ແລະ ປະສົບຜົນສຳເລັດໃນຍຸກໂລກາພິວັດ.

 

Home